ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-28 17:53:32    
ອິດ​ທິກຳລັງ​ໃຫ້​ໄຕ້​ຫວັນ​ເປັນ​ເອກະ​ລາດ​ບິດ​ເບືອນ​ຄວາມ​ຈິງ​ປະຫວັດສາດ​ຂອງ"ການ​ລຸກ​ຮືຂຶ້ນສູ້ 28 ກຸມພາ"​ໄດ້​ທຳລາຍ​ຜົນ​ປະ​ໂຫຍດ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ

cri
ຕາມ​ຂ່າວ CRI: ວັນ​ທີ 28 ກຸມພາ​ນີ້ ທ່ານຫຼີ​ເວີຍ​ອີ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ລັດຖະບານ​ຈີນ​ກ່າວ​ວ່າ, ອິດ​ທິ​ກຳລັງ​ຢາກ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ​ບິດ​ເບືອນ​ຄວາມ​ຈິງ​ປະຫວັດ​ສາດ​ຂອງ"ການ​ລຸກ​ຮືຂຶ້ນສູ້ 28 ກຸມພາ"​ແມ່ນ​ເພື່ອ​ປັ້ນ​ແຕ່ງ​ການ​ເປັນ​ປໍ​ລະ​ປັກ​ກັນ​ລະຫວ່າງ​ຊຸມຊົນ​ຕ່າງໆ​ແລະ​ສັງຄົມ​ໄຕ້​ຫວັນ,​ແລະ​ເພື່ອ​​ໂຄສະນາ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ, ການ​ກະທຳ​ດັ່ງກ່າວໄດ້​ທຳລາຍ​ຜົນ​ປະ​ໂຫຍດ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ອັນ​ໄພສານ.

ທ່ານຫຼີ​ເວີຍ​ອີ​ແມ່ນ​ກ່າວຄວາມ​ນີ້​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ. ທ່ານ​ເວົ້າວ່າ,"​ການ​ລຸກ​ຮື​ຂຶ້ນສູ້ 28 ກຸມພາ"ທີ່​ເກີດ​ຂຶ້ນ​ໃນ​ປີ 1947​ ​ແມ່ນ​ຂະ​ບວນການ​ຮັກ​ຊາດ,​ປະຊາ​ທິປະ​ໄຕ​ແລະ​ປົກ​ຄອງ​ຕົນ​ເອງ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ເພື່ອ​ຄັດຄ້ານ​ການ​ປົກຄອງ​ຜະ​ເດັດ​ການ​ຂອງ​ເຈົ້າໜ້າ​ທີ່​ພັກ​ກົກ​ມິນ​ຕັງ​ໃນ​ສະ​ໄໝນັ້ນ,​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຂອງ​ປະຊາ​ຊົນ​ຈີນ.​ ຝ່າຍ​ແຜ່ນດິນ​ໃຫຍ່​ຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທີ່ບໍ່​ຈຳ​ແນກ​ເປັນ​ຄົນ​ແຂວງ​ໃດ,​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ປອງ​ດອງ​,ຫວັງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ກັນ​​ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ,​ພ້ອມ​ກັນ​ສະ​ແຫວ​ງຫາ​ອະນາຄົດ​ອັນ​​ແຈ້ງ​ຈະ​ຫວ່າງ​ຂອງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງຝັ່ງ​ໂດຍ​ສັນຕິ.