ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-01 18:01:18    
ເຄື່ອງ​ທົດ​ລອງ​ປະ​ຕິ​ກິ​ລິ​ຍາ​ປະ​ເພດ​ຟູ​ຊີ​ອົງ​ຂອງ​ນິວ​ເຄຼຍ​ຮຸ້ນ​ໃໝ່​ຂອງ​ຈີນ​ຜ່ານ​ການ​ກວດ​ກາ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 1 ມີນາ​ນີ້ ເຄື່ອງ​ທົດ​ລອງ​ປະຕິ​ກິລິຍາ​ປະ​ເພດ​ຟູ​ຊີ​ອົງ​ຂອງ​ນິວ​ເຄຼຍຮຸ້ນ​ໃໝ່​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອົາ​ເອງ​ໄດ້​ຜ່ານ​ການ​ກວດ​ກາລະ​ດັບ​ຊາດ. ມັນ​ແມ່ນ​ເຄື່ອງ​ທົດ​ລອງ​ປະຕິ​ກິລິຍາ​ປະ​ເພດ​ຟູ​ຊີ​ອົງ​ຂອງ​ນິວ​ເຄຼຍທີ່​ສ້າງ​ສຳ​ເລັດ​ແລະ​​ເຮັດ​ວຽກ​ເປັນ​ທາງ​ການ​ເຄື່ອງ​ທຳ​ອິດ​ໃນ​ເຄື່ອງປະ​ເພດ​ດຽວ​ໃນ​ໂລກ,ອັນ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ຈີນ​ເຂົ້າ​ຮ່ວມ​ໂຄງການ​ຮ່ວມ​ມື​ລະຫວ່າງ​ຊາດ​ທີ່​ກ່ຽວ​ຂ້ອງ​ຢ່າງ​ຮອບດ້ານ.

​ແຕ່​ໃດ​ມາ ນັກວິທະຍາສາດ​ປະ​ເທດ​ຕ່າງໆ​ໃນ​ໂລກ​ກໍ​ໄດ້​ຄາດ​ຄຶດ​ວ່າ ​ໃນ​ມື້​ໃດ​ມື້ໜຶ່ງ,​ສາມາດ​ໃຊ້​ຮູບ​ການ​ທີ່​ຕາ​ເວັນ​ຜະລິດ​ພະລັງງານ​ເຊິ່ງກໍ​ຄື​ຮູບ​ການ​ປະຕິກິລິຍາ​ປະ​ເພດ​ຟູ​ຊີ​ອົງ​ຂອງ​ນິວ​ເຄຼຍມາ​ແກ້​ໄຂ​ບັນຫາ​ຂາດ​ພະລັງງານ​ທີ່​ມ​ວນມະນຸດ​ປະ​ເຊີນ.

​ເລີ່​ມ​ແຕ່​ປີ 1998 ຢູ່​ນະຄອນ​ເຮີ​ຟຸຍ ຂອງ​ແຂວງ​ພາກ​ກາງ,ຈີນ​ໄດ້​ເລີ່​ມສ້າງ​ເຄື່ອງ​ທົດ​ລອງ​ປະຕິ​ກິລິຍາ​ປະ​ເພດ​ຟູ​ຊີ​ອົງ​ຂອງ​ນິວ​ເຄຼຍຮຸ້ນ​ໃໝ່,​ນັບ​ມາ​ຮອດ​ປັດຈຸບັນ,​ໄດ້​ລົງທຶນ 160 ກວ່າ​ລ້ານ​ຈີນ,​ໄດ້​​ແກ້​ໄຂ​ເຕັກນິກ​ຂໍ​ກະ​ແຈ​ແລະ​ເຕັກນິກ​ໃໝ່ 60 ກວ່າ​ລາຍ.​ຜົນ​ການກວດ​ກາ​ໃນ​ມື້​ດຽວ​ກັນ​ສະ​ແດງ​ໃຫ້​ເຫັນ​ວ່າ,ທົ່ວ​ລະບົບ​ໝູນ​ເດີນ​ເປັນ​ປົກກະຕິ​ແລະ​ໄວ້​ໃຈ​ໄດ້,​ສັບພະ​ຄຸນ​ທີ່​ກ່ຽວ​ຂ້ອງ​ໄດ້​ບັນລຸ​ລະດັບ​ກ້າວ​ໜ້າ​ຂອງ​ໂລກ.