|
 |
(GMT+08:00)
2007-03-01 18:00:10
|
 |
ຈີນມຽນມາຈະເປີດເສັ້ນທາງຂົນສົ່ງສາກົນ
cri
ຕາມຂ່າວສານຈີນ,ວັນທີ28ກຸມພາແລ້ວນີ້,ຢູ່ນະຄອນຄຸນມິງຂອງແຂວງຢຸນນານຈີນ,ທ່ານລິວຈິ້ນອ່ານ ຫົວໜ້າພະແນກຄຸ້ມຄອງການຂົນສົ່ງທາງຫຼວງແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນກ່າວວ່າ,ປີນີ້,ແຂວງຢຸນນານຈະເຊັນສັນຍາການຂົນສົ່ງດ້ວຍລົດຍົນກັບມຽນມາທີ່ແປະກັບຢຸນນານ.ການໃຫ້ທັດນະນະດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ,ຈີນມຽນມາຈະເປີດເສັ້ນທາງຂົນສົ່ງສາກົນ.
ທ່ານລິວຈິ້ນອ່ານກ່າວວ່າ,ລາຍລະອຽດກ່ຽວກັບການເປີດທາງຂົນສົ່ງສາກົນຈີນມຽນມາເຖິງວ່າຍັງຄອຍຖ້າໃຫ້ສອງຝ່າຍປຶກສາຫາລືກັນຕື່ມອີກກໍຕາມ,ແຕ່ເງື່ອນໄຂທຸກລາຍໄດ້ມີຢູ່ພຽບພ້ອມແລ້ວ.ຢຸນນານຍິນດີສ້າງເງື່ອນໄຂທີ່ມີຜົນດີຕໍ່ການເປີດເສັ້ນທາງຂົນສົ່ງສາກົນຈີນມຽນມາໂດຍໄວ.
ທາງເດີນເຮືອສາກົນແມ່ນ້ຳລ້ານຊ້າງແມ່ນ້ຳຂອງໄດ້ຊຸກຍູ້ເສດຖະກິດການຄ້າແລະການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ,ລາວ ມຽນມາ ແລະໄທ.ພາຍໃຕ້ສະພາບການຮ່ວມມືເສດຖະກິດພາກພື້ນ,ວົງການອຸດສາຫະກຳການຄ້າຂອງປະເທດເຫຼົ່ານີ້ລ້ວນແຕ່ຄອງຄອຍໃຫ້ຈີນ ລາວ ມຽນມາ ແລະໄທ ທີ່ມີພູຜາແມ່ນ້ຳຕິດຈອດກັນ ບັນລຸການຂົນສົ່ງສິນຄ້າແລະຜູ່ໂດຍສານຂ້າມຊາຍແດນຢ່າງສະດວກໂດຍໄວ.ສະຖິຕິສະແດງໃຫ້ເຫັນວ່າ,ປີ2006,ມຽນມາໄດ້ລື່ນກາຍຮົງກົງ,ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ກວ່າໝູ່ຂອງແຂວງຢຸນນານ.
|
|
|