ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-01 19:40:14    
ການ​ຊຳລະ​ບັນ​ຫາ​ປະ​ຫວັດ​ສາດ​ຢ່າງ​ເໝາະ​ສົມ​ແມ່ນ​ຂໍ​ກະ​ແຈ​ທີ່​ເຮັດ​ໃຫ້​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ​ແລະ​ໜັກ​ແໜ້ນ

cri Author: li
ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ຂ່າວ​​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​​ໃນ​ວັນ​ທີ 1 ມີນາ​ນີ້ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢ້ຳວ່າ,​ການ​ຊຳລະ​ບັນຫາ​ປະຫວັດ​ສາດ​ຢ່າງ​ເໝາະ​ສົມ​ແມ່ນ​ຂໍ​ກະ​ແຈ​ທີ່​​ເຮັດ​ໃຫ້ການ​ພົວພັນ​ຈີນ​ຍີ່​ປຸ່ນ​ຂະຫຍາຍ​ຕົວ​ຢ່າງ​ປອດ​ໄສ​ແລະ​ໝັ້ນທ່ຽງ. ​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ບຸກຄົນ​ທີ່​ຮັກສາ​ການ​ພົວພັນ​ຈີນ​ຍີ່​ປຸ່ນ​ໃນ​ວົງ​ການ​ຕ່າງ​ຂອງ​ຍີ່​ປຸ່ນ,​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ປອດ​ໄສ​ແລະ​ໝັ້ນທ່ຽງ.

ທ່ານ​ຊິນ​ກ່າງ​ເວົ້າວ່າ,​ເດືອນ​ຕຸລາ​ປີ​ກາຍ​ນີ້ ຈີນ​ຍີ່​ປຸ່ນ​ໄດ້​ມີຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ທັບ​ມ້າງ​ອຸປະ​ສັກ​ທີ່​ກະທົບ​ກະ​ເທືອນ​ເຖິງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ຊຸກ​ຍູ້​ໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ຕົວ​ຢ່າງ​ປອດ​ໄສ​. ຫຼັງຈາກ​ນັ້ນ ຜູ້ນຳ​ຈີນ​ຍີ່​ປຸ່ນ​ໄດ້​ພົບ​ປະ​ເຈລະຈາ​ກັນ​ຫຼາຍ​ເທື່ອ. ​ໃນ​ເດືອນ​ເມສາ​ປີ​ນີ້ ທ່ານ​ນາຍົກ​ລັດຖະ​ມົນຕີ​ເວີ່ນ​ເຈຍ​ປາວ​ຈະໄປ​ຢ້ຽມຢາມ​ຍີ່​ປຸ່ນ,​ການ​ພົວພັນ​ຈີນ​ຍີ່​ປຸ່ນ​ໄດ້​ເດີນ​ໄປ​ສູ່​ເສັ້ນທາງ​ທີ່​ປັບປຸງ​ແລະ​ຂະຫຍາຍ​ຕົວ,ນີ້​ແມ່ນ​ໝາ​ກກົນ​ຂອງ​ສອງ​ຝ່າຍ​ໃນ​ການ​ພະຍາຍາມ​ພ້ອມ​ກັນ,​ຕ້ອງ​ຖະໜຸ​ຖະໜອມ.