ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-01 19:44:56    
ຈີນ​ຫວັງ​ໃຫ້​ການ​ພົບ​ປະ​ລະ​ຫວ່າງ​ສປປ​ເກົາ​ຫຼີ​ອາ​ເມ​ລິ​ກາ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 1 ມີນາ​ນີ້ ຢູ່​ທີ່​ປັກ​ກິ່ງ ​​ທ່ານ​ຊິນ​ກ່າງ ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກວ່າ​ວ່າ,ຝ່າຍ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສປປ​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ຈະ​ຈັດ​ການ​ພົບ​ປະ​ຢູ່​ນິວ​ຢອກ​ໃນ​ໄວໆ​ນີ້,​ເຫັນ​ວ່າ,​ນີ້​ແມ່ນ​ບາດກ້າວ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຝ່າຍ​ຕ່າງໆ​ເພື່ອ​ປະຕິບັດ​ຖະ​ແຫຼງ​ການ​ຮ່ວມ 19 ກັນຍາ​ໃນ​ໄລຍະ​ຕົ້ນ. ຝ່າຍ​ຈີນ​ຄອງ​ຄອຍ​ການ​ພົບ​ປະ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ.

ວັນ​ທີ 28 ກຸມ​ພາ​ແລ້ວ​ນີ້ ທ່ານ​ຊີ​ນ ​ແມັກ​ໂຄ​ມາກ ​ໂຄ​ສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ປະກາດ​ວ່າ,​ເພື່ອ​ປະຕິ​ບັດ​ເອກະ​ສານ​ຮ່ວມ​ທີ່​ຮັບຮອງ​ໃນ​ກອງ​ປະຊຸມ​ຄັ້ງທີ​ສາມ​ຂອງ​ການ​ເຈລະ​ຈາ 6 ຝ່າຍ​ຮອບ​ທີ 5 ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ,​ທ່ານ​ຄຼິສ​ໂຕ​ເຟີ ຮິວ ຜູ້​ຊ່ວຍ​ລັດຖະ​ມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກັບ​ທ່ານ​ກິມ​ເກ​ກວນ ລັດຖະ​ມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງ​ປະ​ເທດ​ສປປ​ເກົາຫຼີ​ຈະ​ເຈລະຈາ​ກັນ​ຢູ່​ນິວ​ຢອກ​ແຕ່​ວັນ​ທີ 5 ຮອດ​ວັນ​ທີ 6 ມີນາ​ເພື່ອ​ເຮັດ​​ໃຫ້​ການ​ພົວພັນ​ສອງ​ປະ​ເທດ​​ເປັນ​ປົກ​ກະຕິ.