ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-02 18:05:20    
ນັກ​ວິ​ຊາ​ການ​ກະ​ຊວງ​ກະ​ສິ​ກຳ​ຈີນ​ຕິດ​ຕາມ​ກວດ​ກາ​ໄຂ້​ຫວັດ​ສັດ​ປີກ​ແລະ​ສຳ​ຫຼວດ​ໃນ​ດ້ານ​ພະ​ຍາດ​ຕິດ​ແປດ​ຢູ່​ເມືອງ​ຈ້ຽນ​ໂອ່​ແຂວງ​ຟູ​ຈ້ຽນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ28​ກຸມພາ​​ແລ້ວ​ນີ້,​ເມື່ອ​ຢູ່ບ້ານ​ໜຶ່ງ​ຂອງ​ແຂວງ​ຟູ​ຈ້ຽນ ພາກ​ໃຕ້​ຂອງ​ຈີນ​ໄດ້ຢັ້ງຢືນ​ວ່າ​ມີ​ຜູ້​ໜຶ່ງ​ໄດ້​​ເປັນໄຂ້​ຫວັດ​ສັດ​ປີກ​ແລ້ວ, ​ສັດຕະວະ​ແພດຈີນ​ກໍ່​ໄດ້ຕິດຕາມ​ກວດກາໄຂ້​ຫວັດ​ສັດ​ປີກ​ແລະ​ສຳ​ຫຼວດພະຍາດ​​ໃນ​ດ້ານຕິດ​​ແປດຢູ່ຕໍ່​ບ່ອນ​ທີ່​ເກີດ​ພ​ະຍາດ​ຢ່າງ​ວ່ອງ​ໄວ.

ວັນ​ທີ1​ມີນາ​ນີ້,ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວຂ້ອງ​​ແຈ້ງ​ວ່າ,ປັດຈຸບັນ,ສັດ​ປີກ​ທີ່ຄອບ​ຄົວຊາວນາ​ອື່ນ​ໆ​ລ້ຽງ​ຢູ່​ໃນບ້ານ​ດັ່ງກ່າວ​ແລະ​ເຂ​ດອ້ອມ​​ແອ​ມບໍ່​ໄດ້​​ຕາຍ​ຢ່າງ​ຜິດ​ປົກກະຕິ,​ແລະ​ບໍ່​ໄດ້​ເກີດ​ມີ​ໄຂ້ຫວັດ​ສັດ​ປີກ.ວຽກ​ງານ​ປ້ອງ​ກັນຄວບ​ຄຸມ​ດ້ານ​ຕ່າງໆ​​ຢູ່ແຫ່ງ​ດັ່ງກ່າວ​ພວມ​ດຳ​ເນີນ​ຢ່າງ​​ເຄັ່ງ​ຄັດ​ແລະ​ເປັນ​ລະບຽບ​, ການ​ຜະລິດ​ແລະ​ຊີວິດການ​ເປັນ​ຢູ່​ຍັງ​ຢູ່​ໃນ​ສະພາບ​ປົກກະຕິ.