ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-04 17:13:54    
ທ່ານ​ຖາງ​ເຈ່ຍ​ຊວນ​ກ່າວ​ວ່າ ຫວັງ​ໃຫ້​ອາ​ເມ​ລິ​ກາ​ຢ່າ​ສົ່ງ​ສັນ​ຍານ​ຜິດ​ໃດໆ​ໃຫ້​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ທີ່​ໃຫ້​ໄຕ້​ຫວັນ​ເປັນ​ເອກະ​ລາດ

cri
ຕາມ​ຂ່າວCRI,​ວັນ​ທີ4ມີນາ​ນີ້,ທ່ານ​ຖາງ​ເຈ່ຍ​ຊວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໃຫ້ໄຕ້​ຫວັນ​ເປັນ​ເອກະ​ລາດ​ແມ່ນ​ການ​ຂົ່ມ​ຂູ່​ທີ່​ໜັກ​ໜ່ວງ​ທີ່​ສຸດ​ຕໍ່​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຊ່ອງ​ແຄບ​ໄຕ້​ຫວັນ​ໃນ​ປະຈຸ​ບັນ,​ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນຍາ,​ຢ່າສົ່ງ​ສັນ​ຍານ​ຜິດ​ໃດໆ​ໃຫ້ອິດ​ທິກຳ​ລັງ​ແບ່ງ​ແຍກ​ໄຕ້​ຫວັນ,​ພ້ອມ​ກັນ​ຮັກສາ​ສັນ​ຕິພາບ​ແລະ ສະຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ,​ແລະ​ຮັກ​ສາ​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ.

ໃນ​ເວລາ​ພົບ​ປະ​ທ່ານ​ຈອນ ​ເນ​ໂກຼພອນ​ທ໌ ​ລັດຖະ​ມົນຕີ​ຊ່ວຍ​ວ່າການ​ປະຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ,​ທ່ານ​ຖາງ​ເຈ່ຍ​ຊວນ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ໝັ້ນ​ທ່ຽງ​ໃນ​ດ້ານ​ກວມ​ລວມ​ແລະ​ໄດ້​ຮັບ​ມີ​ການ​ຄືບ​ໜ້າ​ໃໝ່​ເລື້ອຍໆ,ປະຈຸ​ບັນ​ພວມ​ປະ​ເຊີນ​ກັບ​ໂອ​ກາດ​ດີ​ທີ່ຈະ​ຂະຫ​ຍາຍ​ຕົວ​ຕື່ມ​ອີກ.​ສອງ​ຝ່າຍ​ຄວນ​ຕັ້ງໜ້າ​ປະ​ຕິບັດ​ຕາມ​ຄວາມ​ຮັບ​ຮູ້ຮ່ວມ​ກັນ​ທີ່​ສຳຄັນ​ຂອງ​ປະມຸກລັດ​ສອງ​ປະ​ເທດ,​ຮັບ​ຮູ້​ແລະ​ປະຕິບັດ​ຕໍ່​ກັນ​ຢ່າງ​ຖືກ​ຕ້ອງ​ແລະ​ພາ​ວະ​ວິ​ໄສ,​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ໃຫ້ຫຼາຍ​ຂຶ້​ນ​ເລື້ອຍໆ,​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ໄປມາ​ຫາ​ສູ່​ກັນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ,​ຊຳລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະ​ບັນຫາ​ທີ່​ສະດຸ້ງ​ໄວ​ຢ່າງ​ເໝາະ​ສົມ,ຊຸກຍູ້​ກາ​ນພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າ​ງສັນ​ລະ​ຫວ່າງ​ຈີນ​ກັບອາ​ເມ​ລິ​ກາ​ໃຫ້​ຂະຫຍາຍຕົວ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ເນ​ໂກຼພອນ​ທ໌ກ່າວ​ວ່າ,​ຝ່າຍ​ອາ​ເມ​ລິ​ກາ​ຄອງ​ຄອຍ​ສືບ​ຕໍ່​ຮັກສາ​ການ​ແລກ​ປ່ຽນ​ກັບ​ຈີນ​ໃນ​ລະດັບ​ຕ່າງໆ​ແລະ​ຂົງ​ເຂດ​ຕ່າງໆ,​ເຮັດ​ແບບນີ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ລິ​ກາ.​ອາ​ເມ​ລິ​ກາ​ປະຕິ​ບັດ​ນະ​ໂຍບາ​ຍຈີນ​ດຽວ​ຢ່າງ​ເດັດດ່ຽວ,​ແລະ​ເຄົາ​ລົບ​ຖະ​ແຫຼ​ງການ​ຮ່ວມ​ສາມ​ສະບັບ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.