ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-06 16:31:48    
ຈີນ​ຈະ​ເລັ່ງ​ລັດ​ການ​ກໍ່​ສ້າງ​ກະ​ສິ​ກຳ​ທີ່​ທັນ​ສະ​ໄຫມ

cri Author: sayvanny
ຕາມ​ຂ່າວ cri:ວັນ​ທີ 6 ມີນາ ຢູ່​ປັກ​ກິ່ງ, ທ່ານ​ຈ່າງ​ປາວ​ເວີນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ:ຈີນ​ຈະ​ເລັ່ງລັດ​ການ​ກໍ່​ສ້າງ​ກະ​ສິ​ກຳ​ທີ່ທັນ​ສະ​ໄຫມ, ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານຂອງ​ລັດ,​​ໃຫ້​ຊາວ​ກະ​ສິ​ກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ.

ທ່ານ​ຈ່າງ​ປາວ​ເວີນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ຖານະ​ເປັນ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​​ໃນ​ກອງ​ປະຊຸມ​ຂ່າວ​ທີ່ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ດັ່ງກ່າວທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.ທ່ານ​ກ່າວ​ວ່າ, ປີ​ນີ້,ຈີນ​ຈະ​ສືບ​ຕໍ່​ຫັນປ່ຽນ​ວິທີ​ຜະ​ລິດ​ກະ​ສິ​ກຳ,​ເປີດ​ກວ້າງ​ພາລະ​ບົດບາດ​ແລະ​ຂົງ​ເຂດ​ຂອງ​ກະສິກຳ, ຍົກ​ຄວາມ​ສາມາດ​​ຜະລິດ​ສັງ​ລວມ​ແລະ​ກຳລັງ​ແກ່ງ​ແຍ່ງ​ໃນ​ຕະຫລາດ​ຂອງ​ກະສິກຳ​ໃຫ້​ສູງ​ຂຶ້ນ,​ແລະ​ຈະ​​ເພີ່ມ​ການ​ສະຫນັບ ສະຫນູນ​ກະສິກຳ​ໃນ​ດ້ານ​ການວາງ​ນະ​ໂຍບາຍ,​ໃຫ້​ຄວາມ​ຊ່ວຍ​ເຫລືອ​ດ້ານ​ວິ​ທະຍາ​ສາດ​ເຕັກນິກ​ແລະການ​​ເພີ່ມ​ນັກ​ວິ​ຊາ​ການ.

ທ່ານ​ຈ່າງ​ປາວ​ເວີນ​​ເປີດ​ເຜີຍ​ວ່າ, ປີ​ນີ້, ຈີນ​ຈະ​ອອກ​ແຮງ​ພັດທະນາ​ 6 ອຸດ​ສາ​ຫະ​ກຳ​ຄື ການ​ປູກ​ທັນ​ຍາ​ຫານ,ການ​ປູກ​ພືດ​ເສດ​ຖະ​ກິດ​ແລະ​ການ​ເຮັດ​ສວນ​ເປັນຕົ້ນ, ຜ່ານ​ການ​ພັດ​ທະ​ນາ​ການ​ລ້ຽງ​ສັດ​ລະ​ບົບ​ນິ​ເວດ​ວິ​ທະ​ຍາ,ການ​ຕິດຕາມ​ຄວບ​ຄຸມ​ຄຸນ​ນະພາ​ບ​ແລະ​ຄວາມ​ປອດ​ໄພ​ຂອງ​ຜະລິດ​ຕະພັນ​ກະ​ສິ​ກຳ,ການ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ແລະ​ມາດ​ຕະການ​ອື່ນໆ​ມາຍົກ​ຄວາມ​ສາ​ມາດ​ຜະ​ລິດ​ສັງ​ລວມ​ຂອງ​ກະ​ສິ​ກຳ​ໃຫ້​ສູງ​ຂຶ້ນ.