ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-06 18:57:09    
ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໃຫ້​ສຳ​ພາດ​ກ່ຽວ​ກັບ​ເຈດ​ຈຳ​ນົງ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ​ຂອງ​​ເສີນ​ສຸຍ​​ປຽນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 5 ມີນາ, ຜູ້​ຮັບຜິດຊອບ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ຂອງ​ຄະນະ​ລັດຖະບານ​ຈີນ​ໄດ້​ໃຫ້​ສຳພາດ​ກ່ຽວ​ກັບ​ເສີນ​ສຸຍ​​ປຽນ​ປະກາດເຈດ​ຈຳນົງ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອກະລາດ, ຊີ້​ອອກ​ວ່າ, ນີ້​ແມ່ນ​ເສີນ​ສຸຍ​ແປນ​​ເປີດ​ປ່າວ​ເຈດ​ຈຳນົງ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ​ຢ່າງ​ເປີດ​ແປນ, ຢ່ວງ​ບາດ​ກ້າວ​ອັນຕະລາຍ​ອີກ​ກ້າວ​ໜຶ່ງ​ຕາມ​ເສັ້ນທາງ​ແບ່ງ​ແຍກ​ໄຕ້​ຫວັນ​​ໃຫ້​ເປັນ​ເອກະລາດ.

ຜູ້​ຮັບຜິດຊອບຜູ້​ນີ້​ເວົ້າວ່າ, ພວກ​ເຮົາ​ໄດ້​ຊີ້​ອອກຫຼາຍ​ເທື່ອ​ວ່າ, ​ເສີນ​ສຸຍ​ປຽນຜ່ານ​"​ດັດ​​ແກ້ລັດຖະທຳ​ມະນູນ"​​ເພື່ອສະ​ແຫວ​ງ​ໃຫ້​​"ໄຕ້​ຫວັນ​​ເປັນ​ເອກະລາດ​ໃນ​ດ້ານ​ກົດໝາຍ" ​ແລະ​ແບ່ງ​ແຍກ​ປະ​ເທດ​ຊາດ ຈະ​ສ້າງ​ຄວາມ​ອັນຕະລາຍ​ອັນ​ໜັ່ງໜ່ວງ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງຮ່ອມທະ​ເລ​ໄຕ້​ຫວັນ​ຈົນ​ເຖິງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ. ສະພາວະ​ການ​ໃນ​ປັດຈຸບັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເສີນ​ສຸຍ​ປຽນ​ຫຼີ້ນກົນອຸ​ບາຍ​ເກົ່າ​ແມ່ນ​ເພື່ອ​ຕັ້ງ​ແກ້ງທ້າ​ທາຍ​ເກາະ​ຜິດ​ກັບແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ, ສ້າງ​ຄວາມ​ເຄັ່ງ​ຕຶງ​​ໃຫ້​ແກ່ການ​ພົວພັນ​ລະຫວ່າງສອງ​ຝັ່ງ, ​ຫັນຍ້າຍ​ຄວາມ​ສົນ​ໃຈ​ຂອງ​ຄົນ​ທັງຫຼາຍ​ເພື່ອ​ໃຫ້​ຕົນພົ້ນ​ຈາກ​ຄວາມອັດຕະຄັດ. ພວກ​ເຮົາ​ຈະ​ເອົາ​ໃຈ​ໃສ່​ນຳການ​ຂະຫຍາຍຕົວ​ຂອງ​ສະ​ພາວະການ​ດັ່ງກ່າວ​ຢ່າງ​​ໃກ້​ຊິດ, ບໍ່​ອະນຸຍາດ​​ໃຫ້ອິດ​ທິກຳລັງ​ແບ່ງ​​ແຍກຂອງ​​ໄຕ້​ຫວັນ​ຕັດແຍກ​​ໄຕ້​ຫວັນ​ອອກ​ຈາກ​ຈີນ​ດ້ວຍ​ຂໍ້​ອ້າງ​ໃດໆ​ແລະ​ວິທີ​ໃດໆຢ່າງ​ເດັດຂາດ.

ຕອນ​ຄ່ຳ​ວັນ​ທີ 4 ມີ​ນານີ້, ​ໃນ​ເວລາ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ"​ໄຕ້​ຫວັນ​​ເອກະລາດ"ນັ້ນ, ​ເສີນ​ສຸຍ​ປຽນ​ໄດ້​ກ່າວ​ຖ້ອຍ​ຄວາມ​ທີ່​ວ່າ"​ໄຕ້​ຫວັນ​ຕ້ອງ​ເປັນ​ເອກະລາດ ຕ້ອງ​ມີ​ຊື່​ທີ່​ຖືກຕ້ອງ ຕ້ອງ​ມີ​ລັດຖະທຳ​ມະນູນ​ໃໝ່ ​ແລະ​ຕ້ອງ​ພັດທະນາ, ​ໄຕ້​ຫວັນ​ບໍ່​ມີ​ແນວທາງ​ເບື້ອງ​ຂວາ​ແລະ​ເບື້ອງ​ຊາຍ, ມີ​ແຕ່​ບັນຫາ​ເປັນ​ເອກະລາດ.