|
 |
(GMT+08:00)
2007-03-06 19:09:47
|
 |
ສື່ມວນຊົນຕ່າງປະເທດເອົາໃຈໃສ່ກອງປະຊຸມສອງສະພາຂອງຈີນຕໍ່ມາ
cri
Author: mo
ຕາມຂ່າວສານຊີນຮວາ: ໃນໂອກາດທີ່ສະພາປະຊາຊົນແຫ່ງຊາດຈີນແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄຂກອງປະຊຸມຄັ້ງທີ 5ສະໄໝທີ 10, ສື່ມວນຊົນຕ່າງປະເທດໄດ້ພິມບົດນຳແລະຂ່າວທັງບົດວິຈານຫຼາຍມື້ລຽນຕິດ.
ວັນທີ 5 ມີນານີ້, ໜັງສືພິມອາຊີລາຍວັນຂອງໄທໄດ້ພິມບົດວິຈານວ່າ, ຄຽງຄູ່ກັບການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງແລະການສ້າງສາເສດຖະກິດກໍພັດທະນາຢ່າງວ່ອງໄວນັ້ນ, ສະພາປະຊາຊົນແຫ່ງຊາດຈີນແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ນັບມື້ນັບມີບົດບາດສຳຄັນໃນຊີວິດການເມືອງຂອງຈີນ. ຍັດຕິ ແລະຂໍ້ສະເໜີຂອງຜູ້ແທນແລະກຳມະການສະພາໄດ້ພົວພັນເຖິງບັນຫາຊີວິດການເປັນຢູ່ຂອງປະຊາຊົນຈີນໂດຍກົງ, ໄດ້ກ່ຽວພັນຢ່າງສະໜິດແໜ້ນກັບການສ້າງສາການເມືອງແລະເສດຖະກິດຂອງຈີນ.
ໜັງສືພິມສຳຄັນຕ່າງໆຂອງອົສຕຼາຣີສະບັບວັນທີ 6 ມີນານີ້ໄດ້ແຈ້ງຂ່າວກ່ຽວກັບບົດລາຍງານວຽກງານລັດຖະບານຂອງທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນກ່າວໃນກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 10. ໜັງສືພິມອົສຕຼາຣີ ຟາຍແນນໂຊວ ລີວິວ ໄດ້ລາຍງານວ່າ, ຄຳປາໄສຂອງທ່ານເວີ່ນເຈຍປາວໄດ້ສະແດງໃຫ້ເຫັນວ່າ, ຈີນມີຄວາມຕັດສິນໃຈຫຼາຍກວ່າເກົ່າຫຼົບຫຼີກໄພອັນຕະລາຍທີ່ເສດຖະກິດໄປແຮງໂພດ, ຮັບປະກັນໃຫ້ເສດຖະກິດພັດທະນາຢ່າງໜັກແໜ້ນ.
ວັນທີ 5 ມີນານີ້, ໜັງສືພິມນູແວນ ເດີລົບ ທີ່ພິມຈຳໜ່າຍຢູ່ປາຣີໄດ້ພິມບົດຄວາມຂອງນັກວິຈານ, ຍ້ອງຍໍວ່າ ບົດລາຍງານວຽກງານລັດຖະບານຂອງທ່ານນາຍົກລັດຖະມົນຕີເວີ່ນເຈຍປາວຕ້ອງຢຸດສະງັກຍ້ອນສຽງຕົກມື 35 ເທື່ອ, ເຫັນວ່າ, ທ່ານເວີ່ນເຈຍປາວໄດ້ຮັບສຽງຕົບມືຄຸນນະພາບສູງຫຼາຍເທື່ອປານນີ້ ແມ່ນຍ້ອນວ່າເປົ້າໝາຍສ້າງສັງຄົມທີ່ກົມກຽວກັນແມ່ນຄວາມປາຖະໜາຮ່ວມຂອງປະຊາຊົນຈີນທົ່ວປະເທດ.
|
|
|