ຈີນບໍ່ສະແຫວງຫາການໄດ້ປຽບໃນດ້ານການຄ້າມູນຄ່າສູງຈັກເທື່ອ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 5 ມີນານີ້, ທ່ານໂປຊີລາຍ ລັດຖະມົນຕີວ່າການກະຊວງການຄ້າຈີນກ່າວວ່າ, ຈີນບໍ່ສະແຫວງການໄດ້ປຽບໃນດ້ານການຄ້າມູນຄ່າສູງຈັກເທື່ອ. ໃນເວລາຕອບຄຳຖາມຂອງນັກຂ່າວຢູ່ປັກກິ່ງ, ທ່ານໂປຊີລາຍກ່າວວ່າ, ການຄ້າໄດ້ປຽບຂອງຈີນເພີ່ມຂຶ້ນໄວແທ້, ແຕ່ຜະລິດຕະພັນຂອງຈີນທີ່ສົ່ງເຂົ້າຕະຫຼາດເອີລົບແລະອາເມລິການັ້ນ, ໄດ້ກຳໄລໜ້ອຍທີ່ສຸດ, ຜູ້ໄດ້ຮັບຜົນປະໂຫຍດຫຼາຍນັ້ນແມ່ນພໍ່ຄ້ານຳເຂົ້າສິນຄ້າແລະພໍ່ຄ້າຂາຍຍ່ອນຂອງເອີລົບແລະອາເມລິກາ, ແລະຜູ້ບໍລິໂພກຢູ່ປະເທດທີ່ນຳເຂົ້າ, ພວກເຂົາເຈົ້າໄດ້ສິນຄ້າທີ່ຄຸນນະພາບດີລາຄາຖືກ. ພ້ອມກັນນັ້ນ, ທ່ານໂປຊີລາຍກ່າວວ່າ, ຈີນກໍຫວັງໃຫ້ການຄ້າດຸນດຽງກັນ, ແຕ່ຍັງຕ້ອງສັບຊ້ອນໄລຍະໜຶ່ງ.
ປີ 2006, ການຄ້າຂອງຈີນຂາອອກຫຼາຍກວ່າຂາເຂົ້າ 177 ຕື້ 400 ລ້ານໂດລາ. ໃນບົດລາຍການວຽກງານລັດຖະບານຂອງທ່ານເວີ່ນເຈຍປາວທີ່ກ່າວໃນວັນທີ 5 ມີນານີ້, ທ່ານເວົ້າວ່າ, ຈີນຕ້ອງເຮັດໃຫ້ອົງປະກອບການສົ່ງອອກກັບການນຳເຂົ້າດີຂຶ້ນ, ຫັນປ່ຽນແບບວິທີເຕີບໂຕຂອງການຄ້າຕ່າງປະເທດ, ພະຍາຍາມຜ່ອນຄາຍຄວາມຂັດແຍ່ງທີ່ການຄ້າສົ່ງອອກຫຼາຍກວ່າການນຳເຂົ້າ.
|
|