ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-06 20:25:48    
ຈີນ​ຈະ​ຄົ້ນ​ຄວ້າ​ຜະ​ລິດ​ລູກ​ສອນ​ໄຟ​ຍານ​ສົ່ງ​ລຸ້ນ​ໃໝ່​ໃນ 7-8 ປີ​ຂ້າງ​ໜ້າ​ແລະ​ຈະ​ໃຊ້​ຍິງ​ສົ່ງ​ສະ​ຖາ​ນີ​ອະ​ວະ​ກາດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ມີນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຮວງ​ຊຸນ​ພິງ ອະດີດຜູ້​ບັນຊາ​ການ​ໃຫຍ່​ລະບົບ​ລູກ​ສອນ​ໄຟ​ຍານ​ສົ່ງ​ຂອງ​ກິດຈະກຳ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ​ພາຍໃນ 7-8 ປີ​ຂ້າງ​ໜ້າ, ຈີນ​ຈະ​ຄົ້ນຄວ້າ​ຜະລິດລູກ​ສອນ​ໄຟ​ຍານສົ່ງ​"​ສາງ​ເຈີ່​ງ​ເລກ 5" ​ເຊິ່ງ​ເປັນ​ລູກ​ສອນ​ໄຟຍານສົ່ງ​ຂະໜາດ​ໃຫຍ່​ຮຸ້ນ​ໃໝ່​ທີ່​ໃຊ້​ສຳລັບ​ຍິງ​ສົ່ງ​ສະຖາ​ນີອະວະກາດ.

ທ່ານ​ແນະນຳ​ວ່າ, ຈັກ​ແມ່​ແຮງ​ນ້ຳມັນ​ກາດ​ອັອກຊີ​ແຫຼວ 120 ​ໂຕນ ຂອງ​ລູກ​ສອນ​ໄຟ​ຍານ​ສົ່ງ​ຮຸ້ນ​ໃໝ່​ຂອງ​ຈີນ​ໄດ້​ທົດ​ລອງ​ສຳ​ເລັດ​ຜົນ​​ເປັນຄັ້ງທຳ​ອິດ​ໃນ​ກາງ​ປີ 2006 , ມັນ​ຈະ​ເຮັດ​ໃຫ້​ຄວາມ​ສາມາດ​ຂົນ​ສົ່ງ​ຂອງ​ລູກ​ສອນ​ໄຟ​ຍານ​ສົ່ງ​ລະ​ບົບສາງ​ເຈິ່ງ​ຂອງ​ຈີນ​ຈາກ 9 ​ໂຕນ​ຍົກ​ສູງ​ຂຶ້ນ​ຮອດ 25 ​ໂຕນ, ນີ້​ແມ່ນ​ຄວາມ​ກ້າວໜ້າອັນ​ໃຫຍ່ຫຼວງ​ໃນ​ດ້ານ​ເຕັກນິກ.