ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-07 18:17:32    
ຄວາມ​ຕ້ອງການ​ພະລັງ​ງານ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຈະ​ບໍ່​ເປັນ​ການ​ຂົ່ມ​ຂູ່​ຄວາມ​ປອດ​ໄພ​ທາງ​ພະ​ລັງ​ງານ​ຂອງ​ໂລກ

cri Author: MO
ຕາມ​ຂ່າວCRI:​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ກອງ​ປະຊຸມ​ປະຈຳປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມີນາ​ນີ້, ທ່ານ​ມາ​ຂາຍ ປະທານຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຄວາມ​ຕ້ອງການ​ພະລັງງານ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຈະ​ບໍ່​ເປັນ​ການ​ຂົ່ມ​ຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ພະລັງງານ​ໂລກ.

ທ່ານ​ເວົ້າວ່າ, ຄຽງ​ຄູ່​ກັບ​ເສດຖະກິດຂອງ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ, ​ໂດຍ​ສະ​ເພາະ​ແມ່ນ​ເຂົ້າສູ່​ໄລຍະພັດທະນາ​ຫັນ​ເປັນ​ອຸດສາຫະກຳແລະຫັນ​ເປັນ​ຕົວ​ເມືອງ​​ໄວ​ເຂົ້າ, ຄວາມ​ຕ້ອງການ​ພະລັງງານ​​ໄດ້​ເພີ່ມ​ຂຶ້ນ​ໄວ​ແທ້. ​ແຕ່​ໃນຫຼາຍປີ​ມາ​ນີ້, ຈີນ​ໄດ້​ອາ​ໄສ​ກຳລັງ​ຂອງ​ຕົນແກ້​ໄຂ​ບັນຫາ​ພະລັງງານ, ນີ້​ແມ່ນ​ຍ້ອນ​ວ່າ​ຈີນ​ບໍ່​ພຽງ​ແຕ່​ແມ່ນ​ປະ​ເທດ​ທີ່​ໃຊ້​ພະລັງງານຫຼາຍ, ທັງ​ແມ່ນ​ປະ​ເທດ​ທີ່​ຜະລິດ​ພະລັງງານຫຼາຍອີກ. ຈີນ​ມີ​ຊັບພະຍາກອນ​ຖ່ານ​ຫີນ​ອຸດົມສົມບູນ, ການ​ບຸກ​ເບີກ​ນ້ຳມັນ​ເຊື້ອ​ໄຟ ອາຍ​ແກັສທຳ​ມະ​ຊາດ ​ແລະພະລັງງານ​ທີ່​​ເກີດ​ໃໝ່​ໄດ້​ມີກຳລັງ​ບົ່ມ​ຊ້ອນອັນ​ໃຫຍ່ຫຼວງ, ການ​ປະຢັດ​ພະລັງງານ​ຂອງ​ຈີນ​ກໍ​ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ.