ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-07 20:15:38    
ແຕ່​ເດືອນ​ມີນາ​ນີ້ເປັນ​ຕົ້ນ​ໄປ ຍົນ​ສາຂາ​ສາຍ​ການບິນ​ໃໝ່ ARJ21​ ເຂົ້າສູ່ໄລຍະ​ຕິດ​ຕັ້ງ​ລວມ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 7 ມີນາ​ນີ້, ນັກ​ຂ່າວ​ໄດ້​ຊາບ​ຈາກ​ບໍລິສັດ​ກຸ່ມ​ທີ​ໜຶ່ງ​ຂອງ​ອຸດສາຫະກຳ​ການບິນ​ຈີນວ່າ, ​ແຕ່​ເດືອນມີນາ​ນີ້​ເປັນ​ຕົ້ນ​ໄປ ຍົນ​ໂດຍສານສາຂາ​ສາຍ​ການບິນ​ໃໝ່ ARJ21​ ຈະເຂົ້າ​ສູ່​ໄລຍະ​ຕິດ​ຕັ້ງ​ລວມ.

ທຳ​ມະ​ດາ​ແລ້ວ, ຍົນ​ໂດຍສານ​ສາຂາ​ສາຍ​ການບິນໝາຍ​ເຖິງ​ຍົນ​ໂດຍສານ​ທີ່​ມີ​ບ່ອນ​ນັ່ງ​ໜ້ອຍ​ກວ່າ 100 ບ່ອນ. ​ໂຄງການ​ຍົນ ARJ21 ​ແມ່ນ​ເລີ່ມດຳ​ເນີນ​ມາ​ແຕ່​ປີ 2002, ​ແມ່ນ​ຍົນ​ສາຂາ​ສາຍ​ການ​ບິນ​ແບບ​ໃໝ່​ທີ່​ຈີນ​ຄົ້ນຄວ້າຜະລິດ​, ​ແລະ​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ. ຕາມ​ການ​ແນະນຳ, ການ​ອອກ​ແບບ​ຂອງ​ຍົນ​ແບບ​ນີ້​ໄດ້​ບັນລຸ​ລະດັບ​ກ້າວໜ້າ​ຂອງ​ຍົນ​ໂດຍສານ​ສາຂາ​ສາຍ​ການບິນ​ສາກົນ​ແລ້ວ, ມັນ​ບໍ່​ພຽງ​ແຕ່​ມີ​ຫ້ອງຍົນ​ທີ່​ກວ້າງ​ກວ່າ​ໝູ່​ໃນ​ຍົນ​ໂດຍສານ​ສາຂາ​ສາຍ​ການບິນທໍ່​ນັ້ນ, ​ແລະ​ຍັງ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ທີ່ບິນຂຶ້ນ​ແລະ​ລົງຈອດ​ຢູ່​ເດີ່ນຍົນ​ພູ​ພຽງ​ແລະ​ບິນ​ໃນສາຍ​ການບິນ​ທີ່ສັບສົນນຳ​ອີກ.