ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-09 16:14:02    
ທ່ານ​ຈີນ​ເຢີນ​ຊິ້ງ​ເວົ້າ​ວ່າ,​ເສດ​ຖະ​ກິດ ການ​ເກັບ​ອາ​ກອນ​ແລະ​ການ​ເງິນ​ຂອງ​ຈີນ​ໄດ້​ຫມູນ​ເດີນ​ໃນ​ແງ່​ດີ

cri Author: sayvanny
ຕາມ​ຂ່າວ cri:ວັນ​ທີ 9 ມີນານີ້ຢູ່​ປກ​ກິ່ງ ທ່ານ​ຈິນ​ເຢີ​ນຊິ້ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນຈີນ​ເວົ້າວ່າ, ລາຍ​ຮັບ​ດ້ານ​ການ​ເງິນ​ຂອງ​ຈີນ​ເພີ່ມ​ຂຶ້ນ​ແມ່ນ​ຍ້ອນ​ຂະຫນາດ​​ເສດຖະກິດ​ເປີດ​ກວ້າງ​ອອກ,ປະສິດທິ​ຜົນ ເສດຖະກິດ​ຍົກ​ສູງ​ຂຶ້ນ​ແລ​ະຄວາມ​ສາມາດ​ເກັບ​ອາກອນ​ເພີ່ມ​ທະວີ​ຂຶ້ນ,​ເສດຖະກິດ ​ອາກອນ​ແລະ​ການ​ເງິນ​ຂອງ​ຈີນ​ໄດ້​ຫມູ​ນ​ເດີນ​​ໃນ​ແງ່​ດີ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນໃນ​ມື້​ດຽວ​ກັນ, ທ່ານ​ຈິນ​ເຢີ​ນຊິ້ງ​ເວົ້າວ່າ, ລາຍ​ຮັບດ້ານ​ການ​ເງິນ​ຂອງ​ຈີນ​ເພີ່ມ​ຂຶ້ນ​ນັ້ນເຮັດ​ໃຫ້​ຈີນ​ມີ​ເງິນ​ທຶນ​ຫລາຍ​ກວ່າ​ເກົ່າ​ມາສະ ຫນັບສະ​ຫນູນ​ການ​ພັດທະນາ​ກະສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນ,ສະຫນັບ​ສະ​ຫນູນ​ການ​ພັດທະນາ​ການ​ສຶກສາ ສາທາລະນະ​ສຸກ​ແລະ​ວິທະຍາສາດ​ເຕັກນິກ​ເປັນຕົ້ນ,ສະຫນັບ​ສະ​ຫນູນການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ ​ສ້າງແຫ​ລ່ງອຸດສາຫະກຳ​ເກົ່າ​ຂອງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ ​ແລະ​ພາກ​ກາງ​​ໃຫ້ຈະ​ເລີ​ນ,​ແລະ​ສະຫນັບສະຫນູ​ການ​ກໍ່ສ້າງ​ດ້ານ​ການ​ປ້ອງ​ກັນຊາ​ດທີ່​ຈຳ​ເປັນຈຳນວນ​ຫນຶ່ງ.