ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-09 18:53:42    
ຈີນ​ກັບສປປ​ເກົາຫລີ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຈ​ລະ​ຈາ 6 ຝ່າຍ​ຮອບ​ໜ້າ

cri Author: MO
ຕາມ​ຂ່າວສານ​ຊີນຮວາ: ວັນ​ທີ 9 ມີນານີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ອູ​ຕ້າ​ເວີຍ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ເຜີຍ​ໃຫ້​ຮູ້​ວ່າ, ຕອນ​ເຊົ້າວັນ​ທີ 9 ມີນາ​ນີ້, ທ່ານ​ໄດ້​ພົບ​ປະ​ທ່ານ​ກິມ​ເກ​ກວນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫລີ​ຢູ່​ທີ່​ປັກ​ກິ່ງ. ທ່ານ​ກິມ​ເກ​ກວນ​ໄດ້​ແຈ້ງ​ສະພາບ​ການ​ພົບ​ປະລະ​ຫວ່າງ​ສປປ​ເກົາຫລີ​ກັບ​ອາ​ເມ​ລິ​ກາ​ຢູ່​ທີ່​ນິວຢອກ, ສອງ​ຝ່າຍ​​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ເລື່ອງ​ທີ່​ກ່ຽວຂ້ອງ​ກັບ​ການ​ເຈລະຈາ​ 6 ຝ່າຍ​ຮອບ​ໜ້າ.

ພາຍຫຼັງກອງ​ປະຊຸມ​ໄລຍະ​ທີ​ສາມ​ຂອງ​ການ​ເຈລະຈາ 6 ຝ່າຍ​ຮອບ 5 ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ໄດ້​ຮັບ​ໝາກຜົນ​ສຳ​ຄັນ​ແລ້ວ, ຫວ່າງ​ມໍ່ໆ​ນີ້, ສປປ​ເກົາຫລີ​ໄດ້​ຕິດຕໍ່ພົວພັນ​ກັບ​ອາ​ເມ​ລິ​ກາ ສ.​ເກົາຫລີ​ແລະ​ຍີ່​ປຸ່ນຫຼາຍຂຶ້ນ. ທ່ານ​ອູ​ຕ້າ​ເວີຍ​ເວົ້າວ່າ, ຝ່າຍ​ຈີນ​ຍິນ​ດີ​ຕ້ອນຮັບ​ປະ​ເທດ​ທີ່​ກ່ຽວຂ້ອງ​ປັບປຸງ​ການ​ພົວພັນ​ສອງ​ຕໍ່​ສອງ. ການ​ພົວພັນ​ລະຫວ່າງ​ປະ​ເທດ​ເຫຼົ່ານີ້​ດີ​ຂຶ້ນ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​, ຊຸກ​ຍູ້​​ໃຫ້ພັດທະ​ນາ​ພ້ອມ​ກັນ, ນີ້​ກໍ​ສອດຄ່ອງ​ກັບ​ທັດສະນະ​ຄະຕິ​ທີ່​ສ້າງ​ໂລກ​ໃຫ້​ກົມກຽວ​ກັນ.