ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-09 18:59:06    
ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ຝາກ​ໂທ​ລະ​ເລກ​ໃຫ້​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່ຽວ​ກັບ​​ແຜ່ນ​ດິນ​​ໄຫວ​ແລະ​ຍົນ​ເກີດ​ເຫດ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ມີນາ​ນີ້, ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຝາກ​ໂທລະ​ເລກ​​ໄປ​ຍັງ​ທ່ານຮາ​ຊັນ ວິລາ​ຢູດາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດອິນ​ໂດ​ເນ​​ເຊຍ, ສະ​ແດງ​ຄວາມ​ເຫັນ​ໃຈ​ທີ່​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນດິນ​ໄຫວ​ແຮງ​ແລະ​ຍົນ​ເກີດ​ເຫດ​ເຮັດ​ໃຫ້​ຄົນ​​ເສຍ​ຊີວິດ​ແລະ​ບາດ​ເຈັບ​​ຫຼວງຫຼາຍ​ແລະ​ເສຍ​ຫາຍ​ດ້ານ​ຊັບ​ສິນຢ່າງ​ໜັກໜ່ວງ.

ວັນ​ທີ 6 ມີນາ​ນີ້, ຢູ່ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ເກາະ​ຊູ​ມັດຕຼາອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ແຮງ, ​ຢ່າງ​ໜ້ອຍມີ 82 ຄົນ​ເສຍ​ຊີວິດ, ຫຼາຍຮ້ອຍ​ຄົນ​ບາດ​ເຈັບ, ​ເຮືອນຫຼາຍຮ້ອຍຫຼັງ​ເພພັງ​.
ວັນ​ທີ 7 ມີນາ​ນີ້, ຍົນ​ໂດຍສານ​ລຳ​ໜຶ່ງ​ຂອງ​ບໍລິສັດ​ການບິນ​ກາ​ລູດາ​ອິນ​ໂດ​ເນ​ເຊຍ​​ໄດ້ລະ​ເບີດ​ຢ່າງ​ກະທັນ​ຫັນ​​ໃນ​ເວລາ​ລົງ​ຈອດ​ເດີ່ນຍົນ​ຢົກຢາ​ກາກ​ຕາ ​ເມືອງ​ພາກ​ກາງຂອງ​ອິນ​ໂດ​ເນ​ເຊຍ, ຢ່າງ​ໜ້ອຍເຮັດ​ໃຫ້ 21 ຄົນ​ເສຍ​ຊີວິດ​.