ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-09 19:06:14    
ຜູ້​ນຳ​ຈີນ​ແຍກ​ກັນ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ພິ​ຈາ​ລະ​ນາ​ຂອງ​ບາງ​ຄະ​ນະ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ້​ແທນປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ອົງການ​ອຳນາດ​ສູງ​ສຸດ​ຂອງ​ຈີນ​ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ວັນ​ທີ 8 ມີນາ​ນີ້, ຜູ້ນຳ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ລັດຖະບານ​ຈີນ​ຄືທ່ານ​ຫູ​ຈີນ​ທ່າວ ທ່ານ​ອູ​ປ່າງ​ໂກະ ທ່ານ​ເວີ່ນ​ເຈຍ​ປາວ​ແລະ​ທ່ານ​ອື່ນໆ​ຕ່າງ​ໄດ້​ຮ່ວມ​ກັນ​ກັບ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ສຳ​ຫຼວດ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ, ​ແລະ​ໄດ້​ປະ​ກອບ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເລັ່ງ​ລັດ​ສ້າງ​ຊົນ​ນະ​ບົດ​ໃໝ່​ສັງ​ຄົມ​ນິ​ຍົມ​ເພີ່ມ​ທະວີ​ການ​ສ້າງ​ສາ​ລະບອບ​ກົດໝາຍ​ແລະບັນຫາ​ອື່ນໆ​.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ເນັ້ນວ່າ, ຕ້ອງ​ອອກ​ແຮງເພີ່ມ​ທະວີ​ການສະໜັບສະໜູນກະສິກຳ​ທັນ​ສະ​ໄໝ, ​ເຮັດ​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ, ​ແລະ​ການ​ສ້າງສາ​ຊົນນະບົດ; ຕ້ອງ​ອອກ​ແຮງ​ແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ທຸ່ມ​ເທ​ກຳລັງວັງ​ຊາ​ແລະ​ກຳລັງ​ຊັບ​ແກ້​ໄຂ​ບັນຫາຜົນ​ປະ​ໂຫຍ​ດ​ທີ່​ມວນ​ຊົນ​ສົນ​ໃຈ​ກວ່າ​ໝູ່ ພົວພັນ​ກັບ​ມວນ​ຊົນ​ໂດຍ​ກົງ​ແລະ​ຕິດ​ແທດ​ຕົວ​ຈິງ​ກວ່າ​ໝູ່​, ​ເຮັດ​ໃຫ້​ມວນ​ຊົນ​ອັນ​ໄພສານ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕົວ​ຈິງຫຼາຍກວ່າ​ເກົ່າ.
1 2