ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-11 16:05:21    
ຜູ່​ນຳ​ພັກ​ລັດ​ຈີນ​ເຂົ້າ​ຮ່ວມ​ງານ​ລ້ຽງ​ນ້ຳຊາ​ໃຫ້​ກຽດ​ແກ່ຜູ່​ແທນ​ແລະ​ກຳມະການ​ຊົນ​ເຜົ່າ​ສ່ວນ​ໜ້ອຍທີ່​ເຂົ້າຮ່ວມ​ກອງ​ປະຊຸມສອງ​ສະພາ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ 10 ມີນາ​ນີ້ ຜູ່​ນຳ​ພັ​ກ​ລັດ​ຈີນ​ເຊັ່ນ​ທ່ານ​ຫູ​ຈິນທາວ ທ່ານ​ອູ​ປາງ​ໂກ​ແລະ​ທ່ານ​ເວີນ​ເຈຍ​ປາວ​ພ້ອມ​ກັບ​ຜູ່​ແທນແລະ​ກຳມະການ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 10​ແລະ​ກອງ​ປະຊຸມ​ຄັ້ງທີ 5 ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 10 ​ໄດ້​​ເຕົ້າ​ໂຮມ​ກັນ​ຢູ່​ຫໍ​ສະພາ​ປະຊາຊົນ​ປັກ​ກິ່ງ,​ເພື່ອ​ສະຫຼອງ​ການ​ໄຂ​ກອງ​ປະຊຸມ​ສອງສະພາ​ຢ່າງ​ມີ​ໄຊ.

ຢູ່​ຈີນ ນອກຈາກ​ເຜົ່າ​ຮັ້ນ​ແລ້ວ,ຍັງ​ມີ 55 ຊົນ​ເຜົ່າ​ສ່ວນ​ໜ້ອຍ.​ໃນ​ສະພາປະຊາຊົນ​ແຫ່ງຊາດ​ຈີນ​ແລະ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ,ລ້ວນ​ແຕ່​ມີ​ຜູ່​ແທນ​ແລະ​ກຳມະການ​ຂອງ​ສອງ​ສະ​ພາ​ດັ່ງກ່າວ.

ທ່ານ​ຫູ​ຈິນທາວ​ໂອ້ລົມ​ຢ່າງ​ອົບ​ອຸ່ນ​ກັບ​ຜູ່​ແທນ​ເຜົ່າ​ເວ​ອູ​ແລະ​ເຜົ່າ​ຕິ​ເບດທີ່​ນັ່ງ​ຢູ່​ຂ້າງ.ທ່ານ​ສະ​ແດງ​ຄວາມ​​ເອົາ​ໃຈ​ໃສ່​ນຳ​ສະພາບ​ການສ້າງສາຂອງ​ທ້ອງ​ຖິ່ນແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ.

ທ່ານ​ອູ​ປາງ​ໂກ ທ່ານ​ເວີນ​ເຈຍປາວ ທ່ານ​ເຈຍ​ຊິງ​ລິນ ທ່ານ​ເຈີງ​ຊິງ​ຫົງ ທ່ານ​ອູ​ກວານ​ເຈີງ ທ່ານ​ຫຼີຊາງ​ຊູນ​ແລະ​ທ່ານ​ໂລການ,ກໍ​ລົມ​ກັບ​ຜູ່​ແທນແລະ​ກຳມະການ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢ່າງ​ອົບ​ອຸ່ນ,​ເຊີດ​ຊູ​ກຳລັງ​ໃຈ​ໃຫ້​ເຂົາ​ເຈົ້າປະຕິບັດສິດ​ຂອງ​ຜູ່​ແທນ​ແລະ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ກຳມະການຢ່າງ​ຈິງ​ຈັງ,ຕັ້ງໜ້າ​ສ່ອງ​ແສງ​ຄວາມ​ປາຖະໜາ​​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາ​ຊົນ​ຊົນ​ເຜົ່າ​ຕ່າງໆ,ປະກອບສ່ວນ​​​ເຂົ້າ​ໃນ​ກອງ​ປະຊຸມສອງ​ສະພາ​ຢ່າງ​ສຳ​ເລັດ​ຜົນ.