ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-11 16:25:30    
ປີ​ນີ້ ຈີນ​ຈະ​ສ້າງ​ລ​ະບອບ​ຮັບ​ປະກັນ​ຊີວິດ​ການ​ເປັນ​ຢູ່​ລະ​ດັບ​ຕ່ຳ​ສຸດ​​ໃນ​ຊົນ​ນະບົດ​ຢ່າງ​ຮອບດ້ານ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ທ່ນາ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ປີ​ນີ້ ຈີນ​ຈະ​ສ້າງ​ລະບອບ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ລະດັບ​ຕ່ຳ​ສຸດ​​ໃນ​ຊົນນະບົດ​ຢ່າງ​ຮອບດ້ານ,ຕັ້ງໜ້າ​ຊອກ​ຄົ້ນສ້າງ​ລະບອບ​ຮັບປະກັນ​ການ​ລ້ຽງ​ດູ​ເບິ່ງ​ແຍງ​ຜູ່​ເຖົ້າ​​ຊົນນະບົດ.

ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.ວັນ​ທີ 9 ມີນາ​ນີ້ ​ໃນ​ເວລາ​ຫາລື​ກັບ​ຜູ່​ແທນ​ປະຊາຊົນ​ແຂວງ​ກວາງຊີ ທ່ານ​ຫູ​ຈິນທາວ​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​​ໂດຍ​ພິ​ເສດ​ຕໍ່​ບັນຫາ​ຊາວ​ກະສິກອນ ຊົນນະບົດ​ແລະ​ກະສິກຳ.ທ່ານ​ກ່າວ​ວ່າ,​ໃນບໍ່​ເທົ່າ​ໃດ​ປີ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ປະກາດ​ໃຊ້​ນະ​ໂຍບາຍ​ແລະ​ມາດ​ຕະການ​ທີ່​ຊ່ອຍ​ເຫຼືອ​ແລະ​ສະໜອງ​ຜົນປະ​ໂຫຍ​ດ​ໃຫ້​ຊາວ​ກະສິກອນ​ຢ່າງ​ເປັນ​ລະບົບ.​ສະຖານະ​ການລວມໃນ​ຊົນນະບົດ​ແມ່ນ​ດີ​ຢູ່.​ແຕ່​​ພື້ນຖານກະສິກຳ​ອ່ອນ​​ແອ,ຊາວ​ກະ​ສິກອນ​ມີ​ລາຍ​ໄດ້​ເພີ່ມຂຶ້ນ​ຍາກ ​ແລະ​ບັນຫາ​ອື່ນໆ​ຍັງພົ້ນ​ເດັ່ນ​ຢູ່.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ປີ​ນີ້ ຈີນ​ຈະ​ສ້າງ​ລະບອບ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ລະດັບ​ຕ່ຳ​ສຸດ​​ໃນ​ຊົນນະບົດ​ຢ່າງ​ຮອບດ້ານ.ທ່ານ​ຍັງ​ກ່າວ​ວ່າ,​ໃນ​ຕໍ່ໜ້າ​ນີ້ ຈີນ​ຈະ​ຍ້າຍ​ຈຸດ​ໜັກ​ຂອງ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ພັດທະນາ​ວຽກ​ງານ​ສັງຄົ​ມ​ໄປ​ຢູ່​ຊົນນະບົດ,​ເລັ່ງລັດ​ພັດທະນາ​ວຽກ​ງານ​ສາທາລະນະ​​ເຊັ່ນ​ການ​ສຶກສາ​ຊົນນະບົດ ສາທາລະນະ​ສຸກ ວັດທະນະທຳ ​ແລະວິທະຍຸ​​ໂທລະພາບ,ສ້າງ​ລະບົບ​ຮັບປະກັນ​ສັງຄົມທີ່​ບໍລິການ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​​ເປັນ​ເທື່ອ​ລະ​ກ້າວ.