ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-12 14:42:50    
ຈີນ​ຕັ້ງ​ເປົ້າ​ໝາຍ​ຜະ​ລິດ​ຍົນ​​ໃຫຍ່​ກ່ອນ​ປີ2020

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 12 ມີນາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ລິວ​ຕ້າ​ສຽງ ຮອງ​ຫົວໜ້າ​ຄະນະ​ກຳມະການ​ວິທະຍາສາດ​ເຕັກນິກ​ຂອງກຸ່ມ​ບໍລິສັດ​ທີ​ໜຶ່ງ​ອຸດສາຫະກຳ​ການບິນ​ອະວະກາດ​ຈີນກ່າວວ່າ,ຖ້າວ່າ​ດຳ​ເນີນ​​ໄປ​ຢ່າງ​ສະດວກຕາມ​ແຜນ,ຈີນ​ຈະ​ສາມາດຜະລິດ​ຍົນ​​ໃຫຍ່​ກ່ອນ​ປີ2020.

ທ່ານ​ລິວ​ຕ້າ​ສຽງ​ກ່າວວ່າ,ຍົນ​ໃຫຍ່​​ລວມທັງຍົນ​ຂົນ​ສົ່ງ​ຂະໜາດ​ໃຫຍ່​ທາງ​ທະຫານ​ແລະ​ພົນລະ​ເຮືອນ,ຍົນ​ໂດຍສານ​ບັນທຸກ 150 ຄົນ​ຂຶ້ນ​ໄປ.ທ່ານ​ຊີ້​ອອກ​ວ່າ,ການຄົ້ນຄວ້າ​ຜະລິດ​ຍົນ​ໃຫຍ່ ຕ້ອງການ​ບົດຮຽນ​ການ​ທຸລະ​ກິດ​ທີ່ຖືກຕ້ອງ​ເໝາະ​ສົມ,​ຕ້ອງການ​ເຕັກນິກອັນດີ​ເລີດ,ຕ້ອງການການ​ສະໜັບສະໜູນ​ດ້ານ​ງົບປະມານ​ສູງ.

ປະຈຸ​ບັນ ຈີນ​ມີ3​ເງື່ອນ​​ໄຂ​ດັ່ງກ່າວ​ນີ້​ແລ້ວ.​​ໃນ​ອະນາຄົດ ຍົນ​​ໃຫຍ່​ໃຊ້​ທາງ​ພົນລະ​ເຮືອນ​ທີ່​ຈີນຈະ​ຜະລິດ​ນັ້ນ,ຈະ​​ໄດ້​ມາດຖານຕົ້ນຕໍ 3 ຂໍ້​ຄື​ຄວາມ​ປອດ​ໄພ ​ໄວ້​ວາງ​ໃຈ​ແລະ​ສະບາຍ ​ເຊິ່ງບໍ່​ຕ່ຳ​ກວ່າ​ຍົນ​ໂບອິງ​ແລະ​ຍົນ​​​ແອບາສ.