ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-12 20:58:47    
ຜູ້ນຳ​ຈີນ​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ຂອງ​ບາງ​ຄະ​ນະ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 12 ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດຈີນ ​ເຊິ່ງ​ເປັນ​ອົງການ​ອຳນາດ​ສູງ​ສຸດ​ຂອງ​ຈີນ​ສືບ​ຕໍ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ຜູ້ນຳ​ພັກ​ແລະ​ລັດ​ຈີນ​ຄືທ່ານ​ອູ​ປ່າງ​ໂກະ ທ່ານ​ເວີ່ນ​ເຈຍ​ປາວ ທ່ານ​ລີ​ສາງ​ຊຸນ ​ແລະ​ທ່ານ​ໂລ​ກ້ານ​ໄດ້​ແຍກ​ອອກ​ເຂົ້າຮ່ວມ​ການ​ພິຈາລະນາ​ຂອງ​ແຂວງ​ຢຸນນານ ​ແຂວງ​ເຫີ​ນານ ​ແຂວງ​ຫູ​​ເປ ​ແລະ​ແຂວງ​ເຮີ່ຍລົງ​ຈ່ຽງ. ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງຊາດ​ຈີນ​ພ້ອມ​ດ້ວຍ​ຄະນະ​ປະຈຳ, ​ແລະ​ບັນຫາ​ພັດທະນາ​ກະສິກຳ​ເປັນຕົ້ນ.

ພາຍຫຼັງ​ຮັບ​ຟັງ​ການ​ສຳຫຼວດພິຈາລະນາ​ຂອງຜູ້​ແທນ​ແຂວງ​ຢຸນນານ​ທີ່​ມີ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານອູ​ປ່າງ​ໂກະ​ກ່າວ​ເນັ້ນວ່າ, ວຽກ​ງານ​ຕິດຕາມກວດກາ​ຂອງ​ສະພາ​ປະຊາຊົນ​ຕ້ອງ​ເພີ່ມ​ທະວີ​ລັກສະນະ​ແນ​ໃສ່​ແລະຕ້ອງ​ບັງ​ເກີດ​ຜົນກວ່າ​ເກົ່າ, ຊຸກ​ຍູ້​ການ​ແກ້​ໄຂ​ບັນຫາ​ທົ່ວ​ໄປ​ແລະບັນຫາ​ຈຸດ​ສຸມ.

ແຂວງ​ເຫີ​ນານ​ແມ່ນ​ແຂວງ​ໃຫຍ່​ດ້ານ​ກະສິກຳ​ຢູ່​ພາກ​ກາງຂອງ​ຈີນ. ​ໃນ​ເວລາ​ເຂົ້າຮ່ວມ​ການ​ສຳຫຼວດພິຈາລະນາຂອງ​ຄະນະ​ຜູ້​ແທນ​ແຂວງ​ດັ່ງກ່າວ, ທ່ານ​ເວີ່ນ​ເຈຍ​ປາວ​​ໄດ້​ເນັ້ນໜັກຄວາມ​ສຳຄັນ​ຂອງ​ວຽກ​ງານ​ກະສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນ. ທ່ານ​ຊີ້​ອອກ​ວ່າ, ກະສິກຳ​ແມ່ນ​ພື້ນຖານ​ຂອງ​ເສດຖະກິດ​ແຫ່ງ​ຊາດ, ​ໄດ້​ພົວພັນ​ເຖິງ​ແຜນ​ນະ​ໂຍບາຍ​ໃຫຍ່​ແຫ່ງ​ຊາດ​ ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ແລະສະຖຽນ​ລະ​ພາບ​ຂອງ​ສັງຄົມ. ຖ້າ​ເສດຖະກິດ​ຈີນ​​ເກີດ​ມີ​ບັນຫາ, ອາດ​ຈະ​ແມ່ນ​ເກີດ​ຈາກ​ກະສິກຳ​ໂດຍ​ສະ​ເພາະ​​​ແມ່ນ​ເລີ່​ມຈາກ​ການ​ຜະລິດ​ທັນ​ຍາ​ຫານ, ຕໍ່​ເລື່ອງ​ນີ້, ຈະ​ປະໝາດ​ບໍ່​ໄດ້​ຢ່າງ​ເດັດຂາດ. ທ່ານ​ຮຽກຮ້ອງ​ແຂວງ​ເຫີ​ນານ​ພ້ອມ​ດ້ວຍ​​ແຂວງ​ຕ່າງໆ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​​ນະ​ໂຍບາຍ​ແລະ​ມາດ​ຕະການ​ຕ່າງໆ​ທີ່​ສະໜັບສະໜູນ​ກະ​ສິກຳນັ້ນ​ໃຫ້​ດີ.