ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-13 17:21:48    
ຈີນ​ອັງກິດອວຍ​ພອນ​ການ​ສ້າງ​ການ​ພົວ​ພັນ​ການ​ທູດ​ຂັ້ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົບ​ຮອບ 35 ປີ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 13 ມີນານີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ແລະ​ທ່ານ​ໂທ​ນີ ​ແບຼ ນາຍົກລັດຖະມົນຕີອັງກິດ​ຕ່າງ​​ໄດ້​ສົ່ງໂທລະ​ເລກ​ໃຫ້​ແກ່​ກັນ, ​ເພື່ອອວຍພອນສອງ​ປະ​ເທດສ້າງ​ການ​ພົວພັນ​ການ​ທູດ​ຂັ້ນ​ເອກ​ອັກຄະ​ລັດຖະທູດ​ຄົບຮອບ 35 ປີ.

ໃນ​ໂທລະ​ເລກ​ອວຍພອນຂອງທ່ານ​ເວີ່ນ​ເຈຍ​ປາວ​ຂຽນ​ວ່າ, ​ໃນ 35 ປີ​ມາ​ນີ້, ການ​ພົວພັນ​ຈີນ​ອັງກິດ​ໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໂດຍ​ສະ​ເພາະ​ແມ່ນ​​ນັບແຕ່​ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເມື່ອ​ປີ 2004 ​ເປັນຕົ້ນມາ, ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຮອບດ້ານໃນຫຼາຍຂົງ​ເຂດ.
​​
ໃນ​ໂທລະ​ເລກ​ອວຍພອນ​ຂອງ​ທ່ານ​ແບຼຂຽນວ່າ, ຄວາມ​ກວ້າງ​ແລະ​ຄວາມ​ເລິກ​ຂອງ​ການ​ພົວພັນ​ອັງກິດ​ຈີນ​ໃນ​ປັດຈຸບັນ​ໄດ້​ລື່ນ​ກາຍ​ທຸກ​ສະ​ໄໝ​ທີ່​ຜ່ານ​ມາ. ຜົນສຳ​ເລັດ​ທີ່​ຮົງ​ກົງ​ໄດ້​ຮັບ​ໃນ 10 ​ປີ​ນັບແຕ່​ກັບ​ຄືນສູ່​ຈີນ​ຢ່າງ​​ເປັນ​ທາງ​ການ​ນັ້ນ​ໄດ້​ຢັ້ງຢືນ​ເຖິງຜົນສຳ​ເລັດ​ຂອງ​ນະ​ໂຍບາຍ"ປະ​ເທດ​ດຽວ​ສອງ​ລະບອບ"ຢ່າງ​ເຕັມ​ສ່ວນ. ອັງກິດ​ຊົມ​ເຊີຍ​ຈີນ​ເສີມ​ຂະຫຍາຍ​ບົດບາດ​ນັບ​ມື້​ນັບ​ສຳຄັນຢູ່​ເທິງ​ເວທີ​ສາກົນ.

ມື້​ດຽວ​ກັນ, ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ມາ​ກາ​ເລັດ ​ເບ​ເຄັດ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ​ກໍ​ໄດ້ສົ່ງໂທລະ​ເລກ​ອວຍພອນ​ໃຫ້​​ແກ່ກັນ.