ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-14 10:28:33    
ການ​ສ້າງ​ກົນ​ໄກ​ປະ​ສານ​ງານ​ປະຈຳ​ລະ​ຫວ່າງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນກັບ​ສະ​ພາ​ຕ່າງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່​ຫຼວງ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ມີນາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຈ່ຽງ​ເອີ່​ນຈູ້ ປະທານ​ກຳມາ​ທິການ​ວຽກ​ງານ​ຕ່າງ​ປະ​ເທດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ເປີດ​ເຜີຍ​ວ່າ,ປີ​ກາຍ​ນີ້ ການ​ສ້າງກົນ​ໄກ​ປະສານ​ງານ​ປະຈຳ​ລະຫວ່າງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນກັບ​ສະພາ​ຕ່າງປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່​ຫຼວງ.

ທ່ານກ່າວວ່າ,ບົນ​ພື້ນຖານ​ສ້າງ​ກົນ​ໄກປະສານ​ງານປະຈຳ​ກັບ​ສະພາຂອງ 8 ປະ​ເທດ​ຄືຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ ​ແລະ​ສະພາ​ເອີ​ລົບ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ປີ​ກາຍ​ນີ້,ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສ້າງ​ກົນ​ໄກ​ປະສານ​ງານປະຈຳ​ໃນ​ລະດັບ​ຕ່າງ​ກັບ​ສະພາ​ຂອງ 7 ປະ​ເທດ​ຄື​ອາ​ຟຼີກາ​ໃຕ້ ສ.​ເກົາຫຼີ ອິນ​ເດຍ ອົສຕຼາລີ ​ເອຢິບ ​ເບຼຊິນ​ແລະ​ຈີ​ເລ ​ແລະ​ສະພາສູງ​ຂອງ​ຍີ່ປຸ່ນ.ປະຈຸ​ບັນ,ສະຖາ​ນະພາ​ບພື້ນຖານ​ຂອງ​ກົນ​ໄກ​ປະສານ​ງານປະຈຳ​ລະຫວ່າງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນກັບ​ສະພາ​ຂອງຕ່າງປະ​ເທດ​ໄດ້​ເກີດ​ຂຶ້ນ​ແລ້ວ.