ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-15 11:52:05    
ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 10 ອັດ​ລົງ

cri Author: cai
ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ 15 ມີນາ​ນີ້,ກອງ​ປະຊຸມ​ຄັ້ງທີ 5 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 10 ທີ່​ຈັດຢູ່​ປັກ​ກິ່ງ​​ໄດ້ອັດ​ລົງ​ແລ້ວ.ນັບ​ມາ​ຮອດ​ປະຈຸ​ບັນ,ສະພາ​ປຶກສາ​ການ​​ເມືອງ​ປະຊາຊົນແຫ່ງ​ຊາດ​ຈີນທີ່​ເປັນອົງການ​ຫາລື​ແລະ​ໃຫ້​ຄຳ​ປຶກສາສູງ​ສຸດຂອງ​ຈີນ​ໄດ້​ສິ້ນ​ສຸດ​ກອງ​ປະຊຸມ​ປະຈຳ​ປີ​ທີ່​ໄດ້​ດຳ​ເນີນມາ​ເປັນ​ເວລາ 12 ມື້.

ທ່ານ​​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ໄດ້​ນັ່ງ​ເປັນ​ປະທານພິທີ​ອັດກອງ​ປະຊຸມ.ກອງ​ປະຊຸມ​ຊີ້​ອອກ​ວ່າ,​ໃນ​ປີ​ໃໝ່ນີ້,ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນຈະສະ​ເໜີ​ຂໍ້​ສະ​​ເໜີ​ແລະນະ​ໂຍບາຍທີ່​ດີ​ໃຫ້​ແກ່​ການ​ຊຸກຍູ້​ການ​ພັດທະນາ​ຂອງ​ເສດຖະກິດ​ແລະ​ສັງຄົມ​​ໃຫ້​​ເຂົ້າ​ສູ່​ໂຄຈອນ​ພັດທະນາ​ຢ່າງ​ວິທະຍາສາດ​ແລະ​ບັນລຸ​ການ​ພັດທະນາ​ທັງ​ດີ​ທັງ​ໄວ;ຕ້ອງ​ເອົາ​​ໃຈ​ໃສ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຫຼາຍ​ກວ່າ​​ເກົ່າ,ສ່ອງ​ແສງ​ຄວາມ​ປາຖະໜາ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ຢ່າງ​ທັນ​ການ,ຊ່ວຍ​ລັດຖະບານ​ຈີນ​ລະດົມການ​ເຂົ້າ​ຮ່ວມ​ຢ່າງ​ຫ້າວຫັນ​ແລະຫົວຄິດປະດິດ​ສ້າງ​ຂອງ​ປະຊາຊົນ​ອັນ​ໄພສານຢ່າງ​ສຸດ​ຂີດ,​​ແກ້​ໄຂ​ບັນຫາ​ຜົນ​ປະ​ໂຫຍ​ດທີ່​ປະຊາຊົນ​ເອົາ​ໃຈ​ໃສ່​ກວ່າ​ໝູ່ ​ໂດຍ​ກົງ​ກວ່າ​ໝູ່​ແລະ​ຖືກຕ້ອງ​ຕາມຄວາມ​ຈິງ​ກວ່າ​ໝູ່​ໃຫ້​ດີ;ຕ້ອງ​ສາມັກຄີ​ພີ່ນ້ອງ​ຮ່ວມ​ຊາດຢູ່​ພາຍ​ໃນ​ປະ​ເທດ​​​ແລະຢູ່ຕ່າງປະ​​ເທດ​ຢ່າງ​ກວ້າງຂວາງ,ປະກອບສ່ວນ​ເຂົ້າ​ໃນ​ການ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ຢ່າງ​ຄົບ​ຖ້ວນ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ.

ພາຍຫຼັງ​ກອງ​ປະຊຸມ​ໄດ້ອັດ​ລົງ,ຍັດ​ຕິ 4200 ກວ່າ​ສະບັບ​ຈະ​ຖືກ​ສົ່ງ​ໃຫ້ລັດຖະບານ​ເພື່ອ​​​ແກ້​ໄຂ.ຍັດຕິ​ເຫຼົ່າ​ນີ້​ກ່ຽວ​ພັນ​ເຖິງ​ດ້ານ​ຕ່າງໆຂອງການ​ສ້າງສາ​ເສດຖະກິດ ການ​ເມືອງ ວັດທະນະທຳ​ແລະ​ສັງຄົມ.ຍັດຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ກຳມະການ​ທັງຫຼາຍເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ການ​ເພີ່ມ​ທະວີ​ການ​ສ້າງສາ​ລະບອບ​ກົດ​ໝາຍ.

ຜູ້ນຳ​ພັກ​ລັດ​ຈີນ​ຄືທ່ານ​ຫູ​ຈີນ​ທ່າວ ທ່ານ​ອູ​ປາງ​ໂກ ທ່ານ​ເວີ່ນ​ເຈ່ຍ​ປາວ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​​ໃນ​ພິທີ​ອັດກອງ​ປະຊຸມ.