ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-15 18:20:10    
ກອງ​ປະ​ຊຸມ​ຄັ້ງ​ທີ5​ສະ​ໄໝ​ທີ10​ຂອງ​ສະພາ​ຜູ້​ແທນ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຮັບ​ຍັດຕິ​796​ສະ​ບັບ

cri
ຕາມ​ຂ່າວCRI,​ກອງ​ປະຊຸມ​ຄັ້ງ​ທີ5ສະ​ໄໝ​ທີ10​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ,​ໃນ​ໄລຍະ​ປະຊຸມ,​ມີ​ຜູ້​ແທນ​ສະພາ​ປະຊາຊົນ​ເກືອບ​3000ຄົນ​ໄດ້​ສະ​ເໜີ​ຍັດຕິ​796​ສະ​ບັບ,ສ່ວນ​ຫຼາຍ​ແມ່ນ​ຍັດຕິ​ກົດໝາຍ.

ວັນ​ທີ15ມີນາ​ນີ້,​ທ່ານ​ເຊິ້ງຮວາ​ເຢິນ ຮອງ​ເລຂາ​ທິການ​ຂອງກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ແຈ້ງ​ສະພາບ​ດັ່ງກ່າວ​ໃນ​ກອງ​ປະ​ຊຸມ​ຄະນະ​ປະທານ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

ທ່ານ​ເຊິ້ງຮວາ​ເຢິນ​ເວົ້າ​ວ່າ,​ຍັດ​ຕິ​ເຫຼົາ​ນີ້​ແມ່ນ​ສະ​ເໜີ​ອອກ​ໂດຍ​ຜ່ານ​ການ​ສຳ​ຫຼວດຄົ້ນ​ຄວ້າ​ຫຼາຍ​ເທື່ອ​ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ;​ຍັດຕິ​ສ່ວນ​ຫຼາຍ​ແມ່ນ​ກ່ຽວ​ພັນ​ເຖິງ​ການ​ເພີ່ມ​ທະວີ​ການ​ສ້າງ​ກົດ​ໝາຍ​ໃນ​ຂົງ​ເຂດ​ສັງຄົມ,​ແລະ​ສ່ວນ​ຫຼາຍ​ມີ​ແຜນການ​ລະອຽດ.​ທ່ານ​ເຫັນວ່າ,​ເນື້ອ​ໃນ​ຂອງ​ຍັດ​ຕິ​ເຫຼົ່າ​ນີ້​ຄົບ​ຖ້ວນ​ແລະ​ຖືກ​ຂັ້ນ​ຕອນ​ກວ່າ​ເກົ່າ,​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ສະຕິ​ຮັບຜິດ​ຊອບ​ຂອງ​ຜູ້​ແທນ​ປະ​ຊາຊົນ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ​ຕື່ມ​ອີກ,​ຄວາມ​ສາມາດ​ປະຕິບັດ​ພາລະ​ໜ້າ​ທີ່​ຕາມ​ກົດໝາຍ​ໄດ້​ສູງ​ຂຶ້ນ​ໂດຍ​ທົ່ວ​ໄປ.

ທ່ານ​ເຊິ້ງຮວາ​ເຢິນກ່າວ​ເນັ້ນ​ວ່າ,​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ​ຄື​ຄະນະ​ປະຈຳ​ສະພາ​ຄວນ​ຍົກ​ຄຸນ​ນະພາ​ບ​ແຫ່ງ​ການ​ພິຈາລະນາ​ຍັດຕິ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ,​ໃນ​ຂະ​ບວນການ​ກຳ​ນົດ​ແຜນ​ການ​ນິຕິ​ບັນ​ຍັດປະ​ຈຳປີ ຮ່າງກົດ​ໝາຍ​ແລະ​ປັບປຸງ​ຮ່າງ​ກົດ​ໝາຍ​ນັ້ນ,ຕ້ອງ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ແທນ​ຢ່າງ​ເຕັມ​ສ່ວນ.