ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-19 16:09:06    
ກອງ​ປະ​ຊຸມ​ວິ​ຊາ​ພາ​ສາ​ຈີນ​ໂລກ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: da
ຕາມ​ຂ່າວCRI: ກອງ​ປະຊຸມວິຊາພາສາ​ຈີນ​ໂລກ​ຄັ້ງທຳ​ອິດຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່ວັນ​ທີ 26-28 ມີນາ​ນີ້,ນັກປາດ​ຄົ້ນຄວ້າ​ວິຊາພາສາ​ຈີນຂອງ​ຈີນ​ແລະ​ຕ່າງປະ​ເທດ 170 ກວ່າ​ທ່ານ​ທີ່​ມາ​ຈາກ 20 ກວ່າ​ປະ​ເທດ​ຈະ​ເຕົ້າ​ໂຮມ​ກັນ,​ເພື່ອຄົ້ນຄວ້າ​ບັນຫາ​ໃນ​ຂົງ​ເຂດວິຊາ​ພາສາ​ຈີນ.

ກອງ​ປະຊຸມ​ຄັ້ງນີ້​ແມ່ນ​ຈັດໂດຍຫ້ອງການ​ໜ່ວຍ​ນຳພາ​ເຜີຍ​ແຜ່​ພາສາ​ຈີນ​ຕໍ່ສາກົນ​ຂອງຈີນ​ແລະ​ມະຫາວິທະຍາ​ໄລ​ປະຊາຊົນ​ຈີນ.ຫົວ​ຂໍ້ກອງ​ປະຊຸມ​ແມ່ນ"ການ​ສົນທະນາ​ທີ່​ມີ​ສີ​ວິໄລແລະ​ໂລກ​ທີ່​ກົມກຽວ​ກັນ".

ວິຊາພາສາຈີນ ຍັງ​ເອີ້ນ​ເປັນວິຊາ​ຈີນ,​ຢູ່​ໃຕ້​ເບື້ອງ​ຫຼັງ​ໂລກາ​ພິວັດ,ວົງ​ການວິຊາ​ພາສາຈີນຂອງ​ຕ່າງປະ​ເທດ​ແລະ​ຈີນ​ພ້ອມ​ກັນ​ພະຍາຍາມ​ຄົ້ນຄວ້າ​ວິຊາ​ພາສາ​ຈີນແບບ​​ໂອ້​ລົມສົນທະນາ​ກັນ,ກາຍ​ເປັນ​ກະ​ແສນິຍົມ​ວິຊາ​ໃໝ່.

​ໃນ​ຖານະ​ເປັນ​ໝາກຜົນ​ຂອງ​ການ​ພັດທະນາ​ວິຊາ​ພາສາຈີນ,ປະຈຸ​ບັນ​ໃນ​ໂລກ​ໄດ້​ມີ​​ໂຮງຮຽນຂົງຈື້ 100 ກວ່າ​​ແຫ່ງ​ແລ້ວ. ​ໂຮງຮຽນຂົງຈື້ທາງ​ວິທະຍຸ ​ໂທລະພາບ ​ແລະ​ອິນ​ເທີ​ເນັດ​ກໍ​ກຳລັງ​ພັດທະນາ​ຢູ່.