ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-23 16:53:10    
ປີ​ນີ້ ຈີນ​ຈະ​ອົບ​ຮົມ​ຊາວ​ກະ​ສິ​ກອນ 100​ ລ້ານ​ກວ່າ​ຄົນ​ເພື່ອ​ຍົກ​ຄວາມ​ຮູ້​ດ້ານ​ວິ​ທະ​ຍາ​ສາດ​ຂອງ​ເຂົາ​​ເຈົ້າ​ໃຫ້​ສູງ​ຂຶ້ນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 22 ມີນາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ເວີ່​ຍຊາວ​ອານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ຈີນກ່າວ​ວ່າ,ປີ​ນີ້,ກະຊວງ​ກະສິກຳ​ຈະ​ຮ່ວມ​ມື​ກັບ​ກະຊວງສຶກສາ​ທິການ ສະມາຄົມ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ,ດຳ​ເນີນການຝຶກ​ອົບຮົມ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ ການ​ເຜີຍ​ແຜ່​ເຕັກນິກ​ແລະ​ການ​ເຜີຍ​ແຜ່​ວິທະຍາສາດ​​ໃຫ້ຊາວ​ກະສິກອນ 100 ລ້ານ​ກວ່າ​ຄົນ​ຂອງ​ຈີນ.

ໂດຍ​ຈະ​ມີ:ການ​ອົບຮົມ​ເຕັກນິກ​ທີ່​ນຳ​ໃຊ້​ຕົວ​ຈິງ​ໃຫ້ຊາວ​ກະສິ​ກອນ;ອົບຮົມ​ຄອບ​ຄົວ​ແບບ​ຢ່າງ​ດ້ານ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີ​ຢູ່ຊົນ​ນະ​ບົດ;ອົບຮົມ​ເຕັກນິກວິຊາ​ການ​ໃຫ້ຊາວ​ກະສິ​ກອນ​ປ່ຽນ​ອາ​ຊີບ​ໃໝ່;ອົບຮົມ​ຄວາມ​ຮູ້​ດ້ານ​ການ​ຜະລິດ​ຢ່າງ​ປອດ​ໄພ​ແລະ​ປະຢັດ​ພະລັງ​ງານ​ໃຫ້ຄອບ​ຄົວ​ທີ່​ໄດ້​ໃຊ້​ອາຍ​ເມ​ຕານ.

ນອກ​ນີ້,ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ຈະ​ໃຊ້​ຫຼາຍ​ວິທີເຊັ່ນ​ການ​ອົບຮົມ​ທາງ​ໄກ​ເປັນ​ຕົ້ນມາ​ຊີ້​ນຳ​ແລະ​ອົບຮົມ​ຊາວ​ກະສິກອນ;ກະຊວງ​ສຶກສາ​ທິການ​ຈີນ​ກໍ່ຈະ​ອົບຮົມ​​ແຮງ​ງານ​ຊົນນະບົດ​ເຄື່ອນ​ທີ່​.