ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-23 21:15:45    
ປະ​ທານ​ກອງ​ປະ​ຊຸມ​ປະ​ສົມ​ເສ​ນາ​ທິ​ການ​ຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ກ່າວ​ວ່າ​ຈີນ​ບໍ່​ແມ່ນ​ໄພ​ຂົ່ມ​ຂູ່

cri
ຕາມ​ຂ່າວ​ສານ​ຊິນ​ຮວາ,​ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​23​ມີ​ນາ​ນີ້,​ທ່ານ​ປີ​ເຕີ​ເປສ​ປະ​ທານ​ກອງ​ປະ​ຊຸມ​ປະ​ສົມ​ເສນາ​ທິ​ການ​ຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມ​ຢາມ​ຈີນ​ ກ່າວ​ວ່າ,​ຈີນ​ມີ​ກອງ​ທະ​ຫານ​ຢ່າງ​ຂະ​ໜາດ​ໃຫຍ່,​ແຕ່​ຈີນ​ບໍ່​ໄດ້​ມີ​ເຈດ​ຕະ​ນາ​ທີ່​ກໍ່​ສົງ​ຄາມ​ກັບ​ອາ​ເມ​ລິ​ກາ,​ສະ​ນັ້ນ,​ຈີນ​ບໍ່​ແມ່ນ​ໄພ​ຂົ່ມ​ຂູ່.

ທ່ານ​ເປສ ກ່າວ​ວ່າ, ການ​ເຈລະຈາ​ລະຫວ່າງ​ທ່ານ​ກັບ​ຝ່າຍ​ທະຫານ​ຈີນ​ແມ່ນ​ດຳ​ເນີນ​ໄປ​ດ້ວຍ​ດີ,​ເປີດ​ເຜີຍ​ແລະ​ກົງ​ໄປ​ກົງ​ມາ.ທ່ານ​ກ່າວ​ວ່າ,​ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ແມ່ນ​ຄົ້ນ​ຄວ້າ​ຫາ​ລື​ການ​ທີ່​ເຮັດ​ແນວ​ໃດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກອງ​ທັບ,​ໂຮງ​ຮຽນ​ທະ​ຫານ​ຂອງ​ສອງ​ປະ​ເທດ​ຈະ​ເພີ່ມ​ການ​ແລກ​ປ່ຽນ​ໄດ້​ແນວ​ໃດ.

ທ່ານ​ເປສ​ແມ່ນ​ເລີ່​ມຢ້ຽມຢາມ​ຈີນ​ເປັນ​ເວລາ4​ມື້ຢ່າງ​ເປັນທາງ​ການ​ແຕ່ວັນ​ທີ​22​ມີ​ນາ​ນີ້​ເປັນ​ຕົ້ນ​ມາ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ລຽງ​ກວ້າງ​ເລ​ເສ​ນາ​ທິ​ການ​ໃຫຍ່​ກອງ​ທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ.​ວັນ​ທີ22​ມີນາ​ນີ້,​ທ່ານ​ໂກ​ໂປ​ສົງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ,​ທ່ານ​ຊາວ​ກ່າງ​ຊວນ​ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຕ່າງ​ກໍ່ໄດ້​ພົບ​ປະກັບ​ທ່ານ​ເປສ .