ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-24 19:59:30    
ກິດ​ຈະ​ກຳ​ນັບ​ເວ​ລາ​ຖອຍ​ຫຼັງ​500​ມື້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ອຸ​ດົມ​ສົມ​ບູນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ນັບ​ແຕ່​ວັນ​ທີ25​ມີນາ​ນີ້​ເປັນ​ຕົ້ນ​ໄປ,ປັກ​ກິ່ງຈະ​ຈັດ​ໃຫ້​ມີກິດ​ຈະກຳ​ນັບ​ເວລາ​ຖອຍຫຼັງ​500​ມື້ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ ​.

ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​​ໄຂ​ຂຶ້ນ​ໃນ​ວັນ​ທີ8​ສິງຫາ​ປີ2008.​ເນື່ອງ​ໃນ​ໂອກາດ​ທີ່​ຫ່າງ​ຈາກ​ມື້​ນັ້ນ​ຍັງ​ອີກ500​ມື້,ປັກ​ກິ່ງ​ຈະຈັດ​ໃຫ້​ມີກິດ​ຈະກຳ​ຕ່າງໆ​.ວັນ​ທີ25​ມີນາ,ກິດຈະກຳ​ຍ່າງໄກ​ສາກົນ​ປັກ​ກິ່ງທີ່​ມີ6000​ກວ່າ​ຄົນ​ເຂົ້າ​ຮ່ວມ​ນັ້ນ​ຈະ​ຈັດ​ຂຶ້ນ​ຢູ່​ສວນ​ຊາວ​ສາ​ທາລະນະ​ຢ໋າງປັກ​ກິ່ງ.​ມື້​ດຽວ​ກັນ,ການ​ແຂ່ງ​ຂັນ​ແລ່ນ​ຕໍ່​ແຮງ​ກັນ​ຢູ່​ທາງ​ຫຼວງສາ​ກົນ​ປັກ​ກິ່ງ​ກໍ່​ຈະຈັດ​ຂຶ້ນຢູ່​ທີ່​ສະໜາມ​ຫຼວງ​ທ່ຽນ​ອານ​​ເມີນ.

ວັນ​ທີ27​ມີນາ,ພິທີ​ປະກາດ​ຫຼຽນ​ລາງວັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ຫໍພິ​ພິດທະ​ພັນ​ນະຄ​ອນຫຼວງ​​,​ເຊິ່ງຈະ​​ແຈ້ງ​ການ​ອອກ​ແບບ​ຂອງ​ຫຼຽນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ.

ວັນ​ທີ28​ມີນາ,ປັກ​ກິ່ງ,ຮົງ​ກົງ​ແລະ​ມາ​ກາວຍັງ​ຈະ​ພ້ອມ​ກັນຈັດ​ພິທີ​ເລິ່ມຂໍ​ອາສາສະ​ໝັກຕ່າງ​ປະ​ເທດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​​ເວລາດຽວ​ກັນ.