ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-25 17:55:11    
ຈີນ​ຈະ​ໂຈມ​ຕີການລັກ​ລອກ​ແບບ​ຜະລິດ​ແລະ​ຂາຍ​ຊອບ​ແວ​ຄອມ​ພິວ​ເຕີ​ແລະ​ຜະລິດ​ຕະພັນ​ສຽງ​ແລະ​ພາບ​ເປັນ​ຈຸດ​ໜັກ

cri Author: MO
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢິນມິນ​ຢື້​ປ້າວຂອງ​ຈີນ: ປີ​ນີ້, ຈີນ​ຈະຈັດ​ເອົາ​ການໂຈມ​ຕີການ​ຜະລິດ​ແລະ​​ຂາຍ​ຊອບ​ແວ​ຄອມ​ພິວ​ເຕີ​ແລະ​ຜະລິດ​ຕະພັນ​ສຽງ​ແລະ​ພາບ​ເປັນວຽກ​ງານ​ຈຸດ​ໜັກ​​ໃນ​ການໂຈມຕີ​ການລ່ວງ​ລ້ຳ​ສິດ​ແລະ​ລັກ​ລອກ​ແບບ​, ​ເດັດດ່ຽວ​​ໂຈມ​ຕີ​ບ່ອນ​ລັກ​ລອກ​ແບບ​ງວດ​ໜຶ່ງ, ​ແລະ​ມ້າງ​ຄະດີ​​ໃຫຍ່​ຄະດີສຳຄັນ​ງວດ​ໜຶ່ງ.

ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ​ໄດ້​ແຈ້ງ​ຂ່າວ​ດັ່ງກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້.

ກະຊວງ​ປ້ອງ​ກັນຄວາມ​ສະຫງົບ​ຂອງ​ຈີນ​ຮຽກຮ້ອງ​ໃຫ້​ຝ່າຍຕຳ​ຫຼວດ​ໃນ​ແຫ່ງ​ຕ່າງໆ​ສືບ​ຕໍ່​ຍຶດໝັ້ນວິທີ​ທີ່​ບັງ​ເກີດ​ຜົນເຊັ່ນ​ໃຫ້​ລາງ​ວັນ​​ແກ່​ຜູ້​ລາຍ​ງານ, ​ເພື່ອ​ກຳ​ຮ່ອງຮອຍຈຸດ​ໜັກຈຳນວນ​ໜຶ່ງ​ແລະ​ໄດ້​ຮັບຫຼັກຖານ​ທີ່​ກ່ຽວຂ້ອງ, ​ແລ້ວຕັ້ງຄະດີ​​ແລະສືບສວນ​ຢ່າງ​ທັນ​ການ; ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ຈັບ​ຕົວ, ​ອອກ​ແຮງຈັບ​ຕົວ​ຜູ້​ຈັດຕັ້ງ ຫົວ​ໂປ່ ​ແລະຜູ້​ເປັນຫຼັກ​ແຫຼ່ງທີ່​ດຳ​ເນີນ​ການ​ຕ້ອງ​ໂທດ​ຄື​ລ່ວງ​ລະ​ເມີດ​ສິດ​ແລະ​ລັກລອກ​ແບບ​​ເປັນຕົ້ນ; ຕ້ອງ​ສືບຕໍ່ຄົ້ນຫາ​ສາຍ​ຜະລິດ​CDທີ່​ຜິດ​ກົດໝາຍ, ກຳຈັດ​ແຫຼ່ງຜະລິດ​ແລະ​ຄ້າຂາຍ​ເຄື່ອງພິມ​ທີ່​ລັກ​ລອກ​ແບບ.