|
 |
(GMT+08:00)
2007-03-25 20:19:07
|
ງານວາງສະແດງສິນຄ້າຈີນອາຊຽນຄັ້ງທີ 4 ຈະມີ 4 ຫົວຂໍ້ໃຫຍ່
cri
Author: mo
ຕາມຂ່າວສານຊີນຮວາ: ງານວາງສະແດງສິນຄ້າຫຼືເອກສ໌ໂປຈີນອາຊຽນຄັ້ງທີ 4 ທີ່ຈັດຂຶ້ນຢູ່ເມືອງນານນິງເຂດກວາງຊີຂອງຈີນໄດ້ກຳນົດ 4 ຫົວຂໍ້ໃຫຍ່ຄື ການຄ້າສິນຄ້າ ການຮ່ວມມືລົງທຶນ ເຕັກນິກເໝາະໃຊ້ທີ່ກ້າວໜ້າ ແລະການຮ່ວມມືທ່ອງທ່ຽວ.
ກອງເລຂາຂອງງານເອກສ໌ໂປທີ່ຕັ້ງຢູ່ເມືອງນານນິງໄດ້ແຈ້ງຂ່າວດັ່ງກ່າວໃນຫວ່າງມໍ່ໆນີ້. ເຈົ້າໜ້າທີ່ຂອງກອງເລຂາງານເອກສ໌ໂປແນະນຳວ່າ, ງານເອກສ໌ໂປຄັ້ງນີ້ຈະສະໜອງການບໍລິການປະກອບເປັນຄູ່ໃຫ້ດີກວ່າເກົ່າເພື່ອໂຄງການຮ່ວມມືການບໍລິການແລະການຄ້າ, ຕັ້ງໜ້າຊຸກຍູ້ຈີນກັບປະເທດຕ່າງໆຂອງອາຊຽນຮ່ວມມືໃນການສ້າງທ່າເມືອງ ການເປີດສາຍການບິນ ການບໍລິການຈໍລະຈອນສິນຄ້າ ສູນຂໍ້ມູນຂ່າວສານແລະດ້ານອື່ນໆ.
|
|
|