ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-29 18:36:40    
ຈີນ​ຍຶດ​ໝັ້ນ​ທ່າ​ທີ​​ເອ​ກະ​ລາດ ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ຄວາມ​ຮັບ​ຜິດ​ຊອບ​ໃນ​ລະ​ດັບ​ສູງ​​ໃນ​ບັນ​ຫາ​ອັດຕາ​​ແລກ​ປ່ຽນ​ເງິນ​ຢວນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 29 ມີນາ​ນີ້ ​ໃນ​ງານ​ຖະ​ແຫຼ​ງຂ່າວ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນຍຶດໝັ້ນທ່າ​ທີ​​ເອກະລາດ ເປັນ​ເຈົ້າຕົນ​ເອງ​ແລະຄວາມຮັບຜິດຊອບ​ໃນ​ລະດັບ​ສູງ​​ໃນ​ບັນຫາ​ອັດຕາ​​ແລກປ່ຽນ​ເງິນ​ຢວນ​ໂດຍ​ຕະຫຼອດ.

ຕາມ​ຂ່າວ​ແຈ້ງ​ວ່າ,ຫວ່າງ​ມໍ່ໆ​ນີ້ ສະມາຊິກ​ລັດຖະສະພາ​​ອາ​ເມ​ລິ​ກາ​ສອງ​ຄົນ​ໄດ້​ຍື່ນ​ຮ່າງ​ຍັດ​ຕີ​ໃຫ້​ລັດຖະສະພາ​,ຮຽກຮ້ອງ​ໃຫ້​ກົດ​ດັນ​ຈີນ​ໃນ​ບັນຫາ​ອັດຕາ​ ​ແລກປ່ຽນ​ເງິນຢວນຈີນ.

ຕໍ່​ເລື່ອງ​ນີ້ ທ່ານ​ຊີ​ນກ່າງ​ວິຈານ​ວ່າ,ປະຈຸ​ບັນ ​ຈີນ​ແມ່ນ​ດຳ​ເນີນເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ,ຫາກ​ບໍ່​ແມ່ນ​ເສດຖະກິດ​​ແຜນການ.ລະບອບ​ອັດຕາ​ແລກປ່ຽນ​ເງິນ​ຢວນ​ແມ່ນ​ລະບອບ​ອັດຕາ​ແລກປ່ຽນ​ລອຍຕົວ​ທີ່​ຖື​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ເປັນ​ພື້ນຖານ ດັດສົມ​ຕາມຕາມ​​ເງິນຕາທັງ​ໝົດ​ແລະ​ມີ​ການ​ຄຸ້ມ​ຄອງ.

ທ່ານ​ກ່າວ​ວ່າ,ລັດຖະບານ​ຈີນ​ຈະ​ຊຸກຍູ້​ການ​ປະຕິ​ຮູບ​ກົນ​ໄກ​ດ້ວຍ​ເງິນ​ຢວນຢ່າງ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ,​ເຮັດ​ໃຫ້​ອັດຕາ​ແລກປ່ຽນ​ເງິນ​ຢວນຮັກສາ​ໄວ້​ໃນ​ລະດັບ​ສົມ​ເຫດ​ສົມ​ຜົນ.ນີ້​ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຈີນ,ກໍ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ໂລກ.​ໃນ​ບັນຫາ​ນີ້,ຈີນ​ຫວັງ​ໃຫ້​ຈີນ​ອາ​ເມ​ລິ​ກາ​ຈົ່ງ​ເພີ່ມ​ການ​ແລກປ່ຽນ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ໂດຍ​ຕາມ​ຫຼັກການ​ເຄົາລົບ​ເຊິ່ງກັນ​ແລະ​ກັນ.