ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-31 20:11:55    
ລັດ​ຖະ​ບານ​ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ລິ​ກາ​ທີ່​ເກັບ​ພາ​ສີ​ຕ້ານ​ການ​ເກື້ອ​ກູນ​ຕໍ່​ສິນ​ຄ້າ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ31​ມີນາ​ນີ້,ທ່ານ​ວາງ​ຊິນ​ເຜີຍ​ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ລິ​ກາ​ປະ​ກາດ​ເກັບ​ພາສີ​ຕ້ານ​ການ​ເກື້ອກູນ​ຊົ່ວຄາວ​ຕໍ່​ຜະລິດ​ຕະ​ພັນ​ເຈັ້ຍ​ພິມ​ພາບ​ວິ​ຈິດ​ຕະ​ກຳ​ທີ່​ຈີນ​ສົ່ງ​ໄປ​ຂາຍ​ໃຫ້​ອາ​ເມ​ລິ​ກາ.

ທ່ານ​ວາງ​ຊິນ​​ເຜີຍກ່າວ​ວ່າ,ຕັ້ງ​ແຕ່​ປີ1984​,ອາ​ເມ​ລິ​ກາ​ກໍ​ໄດ້​ກຳນົດ​ວ່າ​ຈະ​ບໍ່​ປະ​ຕິ​ບັດ​ກົດ​ໝາຍ​ຕ້ານ​ການ​ເກື້ອກູນ​ຕໍ່​ອັນ​ທີ່​ວ່າ"​ປະ​ເທດ​ທີ່​ບໍ່​ແມ່ນ​ເສດ​ຖະ​ກິດ​ຕະ​ຫຼາດ".​ເທື່ອ​ນີ້,​ໃນ​ກໍ​ລະ​ນີ​ທີ່ອາ​ເມ​ລິ​ກາ​ຍຶດ​ໝັ້ນ​ຖື​ຈີນ​ເປັນ​"ປະ​ເທດ​ທີ່​ບໍ່​ແມ່ນ​ເສດ​ຖະ​ກິດ​ຕະ​ຫຼາດ",​ແຕ່​ຊ້ຳ​ພັດ​ບໍ່​ເອົາ​ຫົວຊາ​ນຳ​ການ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຂອງ​ຈີນ,ປະຕິບັດ​ກົດ​ໝາຍ​ຕ້ານ​ການ​ເກື້ອ​ກູນ​ຕໍ່​ຈີນ,ນີ້​ໄດ້​ທຳລາຍ​ຜົນ​ປະ​ໂຫຍ​ດ​ແລະ​ບາດ​ໃຈ​ຂອງ​ວົງ​ການ​ຂະ​ແໜງ​ການ​ຂອງ​ຈີນ,​ວົງ​ການ​ຂະ​ແໜງ​ການ​ຂອງ​ຈີນ​ແມ່ນ​ຮັບ​ເອົາ​ບໍ່​ໄດ້.​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ຝ່າ​ຝືນ​ມະ​ຕິ​ເອ​ກະ​ສັນ​ທີ່​​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ວຍ​ການ​ເຈ​ລະ​ຈາ​ກັນ​ທີ່​ຜູ່​ນຳ​ຈີນ​ອາ​ເມ​ລິ​ກາ​ໄດ້​ຕົກ​ລົງ​ກັນ,​ຝ່າຍ​ຈີນ​ຮຽກຮ້ອງ​ຢ່າງ​ແຮງ​ກ້າ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຈົ່ງ​ພິ​ຈາ​ລະ​ນາ​ການ​ຕົກ​ລົງ​ດັ່ງ​ກ່າວ​ຄືນ​ໃໝ່,​ແລະ​ດັດ​ແກ້​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.