ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-02 17:28:44    
ລັດຖະບານ​ຈີນ​ແຕ່ງຕັ້ງ​ທ່ານ​ເຈິ່ງ​ອິນ​ສວນ​ເປັນ​ຜູ້​ວ່າ​ການ​ຊຸດ​ທີ​ສາມ​ຂອງ​ເຂດ​ບໍລິ​ຫານ​ພິ​ເສດ​ຮົງ​ກົງ

cri Author: mo

ຕາມ​ຂ່າວCRI:ວັນ​ທີ 2 ​ເມສານີ້, ທ່ານ​ເວີ່ນ​ເຈຍ​ປາວ ນາ​ຍົກ​ລັດຖະມົນຕີ​ຈີນ​​ໄດ້​ລົງ​ນາມ​​ລັດຖະດຳລັດ, ​ແຕ່ງຕັ້ງທ່ານ​ເຈິ່ງ​ອິນ​ສວນ​ເປັນ​ຜູ້​ວ່າການ​ຊຸດ​ທີ​ສາມ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ​ແລະ​​ເລີ່​ມ​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃນ​ວັນ​ທີ 1 ກໍລະກົດ​ປີ​ນີ້.

ໃນ​ກອງ​ປະຊຸມ​ຄົບ​ຄະນະຂອງ​ລັດຖະບານ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 2 ​ເມສາ, ທ່ານ​ເວີ່ນ​ເຈຍ​ປາວ​ຊີ້​ອອກ​ວ່າ, ການ​ເລືອກ​ຕັ້ງຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ເທື່ອ​ນີ້​ແມ່ນ​ດຳ​ເນີນ​ຕາມ​ກົດໝາຍ, ສອດຄ່ອງກັບຂໍ້​ກຳນົດ​ຂອງ​ກົດໝາຍ​ພື້ນຖານແລະ​ກົດໝາຍ​ທີ່​ກ່ຽວຂ້ອງຂອງ​ເຂດ​ພິ​ເສດ​ຮົງ​ກົງ​, ​ໄດ້​ສະ​ແດງ​ໃຫ້​ເຫັນຫຼັກການ​ທີ່​ຍຸດຕິ​ທຳ ​ເປີດ​​ເຜີຍ​ແລະ​ທ່ຽງ​ທຳ. ທ່ານ​ເຈິ່ງ​ອີນສວນ​ໄດ້​ຮັບ​ເລືອກ​ຕັ້ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ສັງຄົມ​ຮົງ​ກົງ​ເຊື່ອ​ໝັ້ນ​ແລະ​ຄອງ​ຄອຍ​ທ່ານຢ່າງ​ເຕັມ​ທີ່.

ພາຍຫຼັງ​ໄດ້ຮັບຂ່າວ​ວ່າ​ໄດ້​ຮັບ​ການ​ແຕ່ງຕັ້ງ​ແລ້ວ, ທ່ານ​ເຈິ່ງ​ອິນ​ສວນ​ອອກ​ຖະ​ແຫຼງການວ່າ, ຈະ​ພະຍາຍາມ​ສຸດ​ຂີດ​ເພື່ອນຳພາ​ອົງການ​ປົກ​ຄອງ​ເຂດ​ພິ​ເສດ, ຊຸກ​ຍູ້​ໃຫ້​ຮົງ​ກົງ​ຂຶ້ນ​ສູ່ລະດັບ​ການ​ພັດທະນາ​ອັນໃໝ່, ບໍ່​ໃຫ້​ລັດຖະບານ​​ແລະ​ຊາວຮົງ​ກົງ​ຜິດ​ຫວັງ.