ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-04 11:34:45    
ຈີນ​ພະ​ຍາ​ຍາມ​ເຮັດ​ໃຫ້​ຜູ່​ເຮັດ​ວຽກ​ການ​ທ່ອງ​ທ່ຽວ​ຊົນ​ນະ​ບົດ​ເພີ່ມ​ຂຶ້ນ​3​ແສນ​ຄົນ​ຕໍ່​ປີ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ກະຊວງ​ກະສິກຳ​ຈີນ ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ຮ່ວມ​ກັນ​ອອກ​ປະກາດ​​ແຈ້ງ​ການກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊົນ​ນະ​ບົດ,​ສະ​ເໜີ​​ໃຫ້​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ກະ​ສິ​ກຳ​ແລະ​ການ​ທ່ອງ​ທ່ຽວ​ຢ່າງ​ເຕັມ​ທີ່,​ພະ​ຍາ​ຍາມ​ເຮັດ​ໃຫ້​ຜູ່​ເຮັດ​ວຽກ​ການ​ທ່ອງ​ທ່ຽວ​ຊົນ​ນະ​ບົດ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​3​ແສນ​ຄົນ​ຕໍ່​ປີ.

ຕາມ​ແຜນການ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ,​ແຕ່​ນີ້​ຮອດ​ປີ​2010,​ຈີນ​ຈະ​ສ້າງ​ບ້ານ​ທ່ອງ​ທ່ຽວ​ໃນ​ຊົນນະບົດທີ່​ມີ​ເອກະລັກ​ພິ​ເສດ​ໝື່ນ​ກວ່າ​ບ້ານ​ໃຫ້​ສຳ​ເລັດ,​ໂຄງການ​ທ່ອງ​ທ່ຽວ​ຊົນ​ນະ​ບົດ​ທີ່​ມີ​ຢູ່ໃນ​ປັດຈຸບັນ​ກໍ​ຈະ​ໄດ້​ຮັບ​ການ​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ​ແລະ​ບູລະນະ​ໃຫ້​ສົມ​ບົນ​ຂຶ້ນ.​ເມື່ອ​ຄິດ​ສະ​ເລ່ຍຕາມ​ຫົວ​ຄົນ, ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ການ​ທ່ອງ​ທ່ຽວ​ຈະ​ມີ​ລາຍ​ໄດ້​ສຸດ​ທິ​ເພີ່ມ​ຂຶ້ນ​5%​ຕໍ່​ປີ.

ຢູ່​ຊົນນະບົດຈີນ​ມີ​ຫຼາຍ​​ແສນ​ບ້ານ,​ໃນ​ນັ້ນ,​ບ້ານ​ທີ່​ມີ​ສີ​ສັນ​ພິ​ເສດ​ພົ້ນ​ເດັ່ນ,​ປົກ​ປັກ​ຮັກ​ສາ​ໄດ້​ ດີ​ແລະ​ມີ​ຮີດ​ຄອງ​ປະ​ເພນີ​ແລະ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ອຸ​ດົມ​ສົມ​ບູນ​ນັ້ນ,​ຢ່າງ​ໜ້ອຍ​ມີ​ຫຼາຍ​ພັນ​ບ້ານ,​ເຊິ່ງ​ມີ​ອະ​ນາ​ຄົດ​ອັນ​ດີ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​.