ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-04 16:53:01    
ຈີນ​ຈະ​ສືບ​ຕໍ່​ເພິ່ມ​ການ​ປົກ​ປ້ອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ

cri

ຕາມ​ຂ່າວCRI:ຈີນ​ຈະ​​ສືບ​ຕໍ່​ໃຊ້​ມາດ​ຕະການ,​​ເພື່ອປົກ​ປ້ອງຜູ້​ສືບ​ທອດ ມໍລະດົກ​ວັດທະ​ນະທຳທີ່​ບໍ່​ແມ່ນ​ວັດຖຸ​ແລະ​ສິ່ງ​ແວດ​ລ້ອມ​ມະນຸດ​ສາດ​ແລະ​ທຳ​ມະ​ຊາດທີ່​ມໍລະດົກ​ວັດທະນະທຳທີ່​ບໍ່​ແມ່ນວັດ​ຖຸຄົງ​ຕົວ​ຢູ່​ແລະ​ພັດທະນາ.

ວັນ​ທີ4​ເມສາ​ນີ້,ທ່ານ​ຊຸ່ຍ​​ເຊີ້ງ​ລຸ້ຍ ຮອງ​ຫົວ​ໜ້າ​ພະ​ແນ​ກ​ວັດທະນະ​ນທຳ​ສັງຄົມ​ຂອງ​ກະຊວງ​ວັດທະ​ນະທຳ​ຈີນ​​ໄດ້​ເຜີຍ​ໃຫ້​ຮູ້​ຂ່າ​ວດັ່ງກ່າວ​ຢູ່​ທີ່​ປັກ​ກິ່ງ.

ທ່ານ​ຊຸ່ຍ​​ເຊີ້ງ​ລຸ້​ຍ​​ແນະນຳວ່າ,ຈີນ​ຈະສ້າງ10​ເຂດ​ສະຫງວນ​ລະດັບ​ຊາດ​ເທື່ອລະ​ກ້າວ,​ເພື່ອປະຕິບັດ​ການ​ປົກ​ປ້ອງ​ຢ່າງ​ສັງ​ລວມຕໍ່​ເຂດ​ທີ່​ມີມໍລະດົກ​ວັດທະນະທຳທີ່​ບໍ່​ແມ່​ນວັດຖຸຂ້ອນ​ຂ້າ​ງສົມບູນ​ແລະ​ໂຮມ​ສູນ,ກຳນົດ​ມາດ​ຖານແລະ​ວິທີຄຸ້ມ​ຄອງຜູ້​ສືບທອດມໍລະດົກ​ວັດທະນະທຳທີ່​ບໍ່​ແມ່​ນວັດຖຸທີ່​ມີ​ລັກສະນະ​ຕົວ​ແທນ,​ໃນ​ເດືອນມິຖຸນາ​ຈະ​ປະກາດ​ລາຍ​ຊື່ຜູ້​ສືບ​ທອດ​ລະດັບ​ຊາດງວດ​ທຳ​ອິດ.ນອກ​ນີ້,ຍັງ​ຈະຕັ້ງໜ້າ​ສ້າງຫໍ​ພິພິດທະພັນ​ຫຼື​ສູນ​ວາງສະ​ແດງ,ກອບ​ກູ້​ຂໍ້​ມູນວັດ​ຖຸຂອງມໍລະດົກ​ວັດທະນະທຳທີ່​ບໍ່​ແມ່​ນວັດຖຸອັນ​ລ້ຳ​ຄ່າ​ທີ່​ກະຈາຍ​ຢູ່​ພື້ນ​ເມືອງ.