ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-06 15:32:27    
ນາ​ຍົກ​ຈີນ​ຕ້ອນ​ຮັບ​ການ​ເຂົ້າ​ສຳ​ພາດ​ຂອງ​ສື່​ມວນ​ຊົນ​ສ.​ເກົາ​ຫຼີ

cri

ຕາມ​ຂ່າວສານ​ຊິນ​ຮວາ,ກ່ອນ​​ໄປ​ຢ້ຽມຢາມ​ສ.​ເກົາຫຼີ​ຢ່າງ​ເປັນ​ທາງ​ການ,ວັນ​ທີ5​ເມສາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເວິ່ນ​ເຈ່ຍປາວ ນາຍົກລັດ​ຖະມົນຕີ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ສຳພາດ​ຂອງ​ສື່​ມວນ​ຊົນ19​ແຫ່ງ​ຂອງ​ສ.​ເກົາຫຼີ​ທີ່​ປະຈຳ​ຢູ່​ປັກ​ກິ່ງ.

ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ການ​ໄປ​ຢ້ຽມ​ຢາມ​ສ.​ເກົາຫຼີ​ແມ່ນ​ເລື່ອງ​ທີ່​ທ່ານ​ຄອງ​ຄອຍ​ມາ​ແຕ່​ດົນ​ແລ້ວ,ທ່ານ​ຈະ​ນຳ​ເອົາ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ໄປສ.​ເກົາຫຼີ.​ໃນ​ເວລາ​ກ່າວ​ເຖິງ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ,​ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ຈີນ​ຫວັງ​ວ່າ,​ໃນ​ຂະ​ບວນ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ຫົກ​ຝ່າຍ,​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ເພີ່ມ​ທະ​ວີ​ການ​ປຶກ​ສາ​ຫາ​ລື​ແລະ​ສົນ​ທະ​ນາ​ກັນ,​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ສ້າງ​ກົນ​ໄກ​ສັນ​ຕິ​ພາບ​ແຫຼມ​ເກົາ​ຫຼີ,​ແລ້ວ​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ມີ​ຄວາມ​ໝັ້ນ​ຄົງ​ຍາວ​ນານ.​ທ່ານ​ກ່າວ​ວ່າ,​ໃນ​ທີ່​ສຸດ,​ບັນ​ຫາ​ແຫຼມ​ເກົາ​ຫຼີ​ຄວນ​ໃຫ້​ສອງ​ຝ່າຍ​ເໜືອ​ໃຕ້​ແກ້​ໄຂ​ໂດຍ​ສັນ​ຕິ​ຢ່າງ​ເປັນ​ເຈົ້​ຕົນ​ເອງ,​ຈິນ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​ອັນ​ຕັ້ງ​ໜ້າ​ເພື່ອ​ເລື່ອງ​ນີ້.

ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​ກ່າວ​ວ່າ,ນັບ​ແຕ່​ຈີນ​ສ.​ເກົາ​ຫຼີ​ສ້າງ​ສາ​ຍ​ສຳ​ພັນ​ທາງ​ການ​ທູດ​15​ປີ​ມາ​ນີ້,ການ​ພົວພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ.​ພາຍ​ໃຕ້​ເບື້ອງ​ຫຼັງ​ຂອງ​ໂລ​ກາ​ວິ​ວັດ,​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່​ທີ່​ເປີດ​ກວ້າງ,ຍົກ​ຄຸນ​ນະພາ​ບ​ໃຫ້​ສູງ​ຂຶ້ນ​ແລະ​ພ້ອມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.