ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-06 15:46:07    
ຈີນ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ດ້ວຍ​ກົດ​ໝາຍ​ອາ​ຍາ

cri
ຕາມ​ຂ່າວCRI,ວັນ​ທີ5​ເມສາ​ນີ້,ສານ​ປະຊາຊົນ​ສູງ​ສຸດ​ແລະ​ອົງການໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຂອງ​ຈີນ​ໄດ້​ຮ່ວມ​ກັນເຜີຍ​ແຜ່​ການ​ຕີ​ຄວາມ​ໝາຍ​ຂອງ​ກົດ​ໝາຍ​ກ່ຽວ​ກັບ​ການ​ຊຳ​ລະ​ຄະດີ​ອາ​ຍາ​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ສະ​ບັບ​ໃໝ່,​ເພື່ອ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ດ້ວຍ​ກົດ​ໝາຍ​ ຕື່ມ​ອີກ.ການ​ຕີ​ຄວາມ​ໝາຍ​ດັ່ງ​ກ່າວ​ຈະ​ປະ​ກາດ​ໃຊ້​​ແຕ່​ວັນ​ທີ5​ເມສາ​ນີ້​ເປັນ​ຕົ້ນ​ໄປ.

ຕາມ​ການ​ຕີ​ຄວາມ​ໝາຍ​ຂອງກົດໝາຍ​ ສະບັບ​ໃໝ່,​ໂດຍ​ມີ​ຈຸດປະສົງ​ເພື່ອ​ຫາ​ຜົນ​ກຳ​ໄລ​ແລະ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ເຈົ້າ​ຂອງ​ລິ​ຂະ​ສິດ,​ຖ້າ​ກັອບ​ປີ​ບົດ​ປະ​ພັນ,​ດົນ​ຕີ,​ຮູບ​ເງົາ,​ໂທ​ລະ​ພາບ,​ວິ​ດີ​ໂອ ຊອບ​ແວ​ຄອມ​ພິວ​ເຕີ​ພ້ອມ​ດ້ວຍ​ຜົນງານ​ອື່ນໆ​ຂອງ​ເຈົ້າ​ຂອງ​ລິ​ຂະ​ສິດ​ເປັນ​ຈຳ​ນວນ​500​ສະ​ບັບ​ຂຶ້ນ​ໄປ,ຜູ່​ກ່ຽວ​ຈະ​ຖືກ​ຕັດ​ສິນ​ກັກ​ຂັງ​ຫຼື​ຕັດ​ອິດ​ສະ​ຫຼະ​ພາບ​ບໍ່​ເກີນ3​ປີ,​ກັອບ​ປີ​2500​ສະ​ບັບ​ຂຶ້ນ​ໄປ,​ຈະ​ຖືກ​ຕັດສິນ​ຕັດ​ອິດສະຫຼະພາບ3​ຮອດ7​ປີ.

ສອງຈຳນວນ​ດັ່ງກ່າວ​ທີ່​ຖືກ​ຕັດສິນ​ໂທດ​ລ່ວງລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ທີ່​ກຳ​ນົດ​ໄວ້​ໃນ​ການ​ຕີ​ຄວາມ​ໝາຍ​ຂອງກົດໝາຍ​ ສະບັບ​ໃໝ່,​ເມື່ອ​ທຽບ​ກັບ​ການ​ຕີ​ຄວາມ​ໝາຍ​ຂອງ​ກົດ​ໝາຍ​ສະ​ບັບ​ປີ​2004​ແລ້ວ​ຍິ່ງ​ເຄັ່ງ​ຄັດ​ກວ່າ​ເກົ່າ,ຄື​ຈຳນວນ​ຂອງ​ການ​ກັອບປີ​ໄດ້​ຖືກຫຼຸດ​ລົງ​​ເຄິ່ງໜຶ່ງ.