ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-06 16:30:42    
ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຍີ່​ປຸ່ນ​ໃນ​ຂົງ​ເຂດ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ​ເມສາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລູ​ເຄີ້ຈຽນ ຫົວໜ້າ​ກົມ​ອາຊີ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ສືບຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ຍີ່​ປຸ່ນ​ໃນ​ຂົງ​ເຂດ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ, ສືບ​ຕໍ່​ຊຸກ​ຍູ້​ວຽກ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ຕັ້ງໜ້າ​ດ້ວຍ​ທ່າ​ທີ່​ຮັບຜິດຊອບ.

ທ່ານ​ລູ​ເຄີ້ຈຽນ​ເວົ້າວ່າ, ໜ່ວຍ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​​ແຫ່ງ​ຊາດ​ຈີນ​ຈະ​ພ້ອມກັນ​ກັບ​ພະ​ແນ​ກທີ່​ກ່ຽວຂ້ອງ​ຂອງ​ຈີນ, ພ້ອມ​ກັນ​ສ້າງ​ກົນ​ໄກ​ແລກປ່ຽນ​ແລະ​ປະສານ​ງານ​ເປັນ​ປະຈຳ​ກັບ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ​ເຊິ່ງລວມທັງ​ວິ​ສາ​ຫະກິດ​ຍີ່​ປຸ່ນ, ສະໜອງ​ຊ່ອງ​ທາງ​ທີ່​ສະ​ແດງ​ຄວາມ​ເຫັນ​ຢ່າງ​ເຕັມ​ສ່ວນ​ໃຫ້​​ເຈົ້າຂອງ​ລິ​ຂະ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ປະ​ເທດຕ່າງໆ.

ທ່ານ​ລູ​ເຄີ້ຈຽນ​ເວົ້າວ່າ, ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ສົມ​ເຫດ​ສົມ​ຜົນ​ແລະ​ບັງ​ເກີດ​ຜົນ​ແມ່ນ​ບັນຫາ​ທົ່ວ​ໂລກ. ​ເພື່ອ​ດຳ​ເນີນ​ວຽກ​ງານ​ຢ່າງ​ບັງ​ເກີດ​ຜົນ, ຈີນ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​​ໃນ​ດ້ານການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ດ້ວຍຫຼາຍຮູບ​ການກັບປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ເຊັ່ນ​ອາ​ເມ​ລິ​ກາ ສ.​ເກົາ​ຫຼີ​ ​​ເບຼຊິນ ​ແລະ​​ແມັກ​ຊິກ​ເປັນຕົ້ນ​.