ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-07 17:40:41    
ວຽກ​ງານ​ສ້າງ​ສາ​ຊີວະ​ພາບ​ແລະ​​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ອ່າງ​ນ້ຳ​ຊ່ານ​ເຊຍ​ພວມ​ດຳ​ເນີນ​ຢ່າງ​ມີ​ລະ​ບຽບ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ​ເມສາ​ນີ້, ຢູ່​ທີ່ນະຄອນ​ຈູງ​ກິ່ງ, ທ່ານ​ກ່າວ​ຈິ່ນປາງ ຮອງ​ຫົວໜ້າ​ຫ້ອງການ​ຄະນະ​ກຳມະການ​ສ້າງສາ​ໂຄງການ​ເຂື່ອນຊ່ານ​ເຊຍ​​ລັດຖະບານ​ຈີນ​ກ່າວ​ວ່າ, ວຽກ​ງານ​ສ້າງສາ​ຊີວະ​ພາບ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ອ່າງ​ນ້ຳ​ຊ່ານ​ເຊຍ​ພວມ​ດຳ​ເນີນ​ຢ່າງມີ​ລະບຽບ.

ທ່ານ​ກ່າວ​ຈິ່ນປາງ​ກ່າວ​ວ່າ, ປັດຈຸບັນ, ​ໂຮງ​ຊຳລະ​ນ້ຳ​ໂສ​ໂຄກ 50 ​ແຫ່ງ​ແລະ​ບ່ອນ​ຊຳລະ​ຂີ້​​ເຫຍື້ອ 32 ​ແຫ່ງ​​​ໃນ​ເຂດ​ອ່າງ​ນ້ຳ​ຊ່ານ​ເຊຍ​ໄດ້​​ເລີ່​ມ​ເຮັດ​ວຽກ​ແລ້ວ, ​ໂຄງການ​ເຊື່ອມ​ພິດ​ດ້ານອຸດສາຫະກຳຫຼາຍ​ແຫ່ງ​ໄດ້​ຮັບ​ການ​​ແກ້​ໄຂ; ກຳ​ປັ່ນ​ທີ່​ແລ່ນຢູ່​ເຂດ​ອ່າງ​ນ້ຳ​ລ້ວນ​ແຕ່​ໄດ້​ຕິດຕັ້ງ​ເຄື່ອງ​ຊຳລະ​ນ້ຳ​ໂສ​ໂຄກ​ແລະ​ເຄື່ອງ​ແຍກ​ນ້ຳມັນ​ຕາມ​ຄວາມ​ຮຽກຮ້ອງຕ້ອງການ.

ທ່ານ​ສະ​ເໜີ​ວ່າ, ຕາມການ​ຕິດຕາມ​ວັດ​ແທກ​, ທາດນ້ຳ​ໃນ​ອ່າງ​ນ້ຳ​ຊ່ານ​ເຊຍ​​ເປັນ​ປົກກະຕິໂດຍ​ພື້ນຖານ, ​ເຂດ​ອ່າງ​ນ້ຳ​ບໍ່​ໄດ້​ເກີດ​ພະຍາດ​ຕິດ​ແປດ​ສຳຄັນ, ກໍ​ບໍ່​ໄດ້​ເກີດ​​ໄພ​ທໍລະນີ​ສາດ​ໃຫຍ່.