ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-07 17:46:31    
ສະໜາມກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ສ້າງ​ສຳ​ເລັດ​ໂດຍ​ພື້ນ​ຖານ​ກ່ອນ​ທ້າຍ​ປີ​ນີ້

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ສະບັບ​ຕ່າງປະ​ເທດ: ປັດຈຸບັນ, ການ​ສ້າງ​​ໂຄງການ​ງານ​ກິລາໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ດຳ​ເນີນ​ຢ່າງ​ສະດວກ. ຕາມ​ແຜນການ​ລວມ, ນອກຈາກ​ສະໜາມກິລາ​ແຫ່ງ​ຊາດ​ແລ້ວ, ກິດຈະກຳ​ຫໍກິດ​ລາ​ອື່ນໆ​ຈະ​ສ້າງ​ສຳ​ເລັດ​ໝົດ​​ໃນ​ທ້າຍ​ປີ​ນີ້, ສະໜາມກິລາ​ແຫ່ງ​ຊາດ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ເດືອນ​ມີນາ​ປີ 2008.

ໂຄສົກ​ຖະ​ແຫຼງຂ່າວ​ຂອງ​ຫ້ອງການ​ກອງບັນຊາ​ການ​ໂຄງການ​ໂອ​ລິ​ມປິກປັກ​ກິ່ງ​ປີ 2008 ​ແນະນຳ​ວ່າ, ນັບ​ມາ​ຮອດ​ປັດຈຸບັນ, ສະໜາມກິລາ​ກາງ​ແຈ້ງ​ແລະ​ສະໜາມກິລາ​ມີ​ຫົ່ມ​ໃໝ່ 12 ​ແຫ່ງ​​​ເຊັ່ນ​ສະໜາມກິລາ​ກາງ​ແຈ້ງແຫ່ງ​ຊາດ​ ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ເປັນຕົ້ນຈະ​ສຳ​ເລັດ​ການ​ສ້າງອົງ​ປະກອບ, ພວມ​ດຳ​​ເນີນ​ການ​ປະດັບ​ປະດາ​​ແລະ​ການ​ຕິດຕັ້ງ​ອຸປະກອນ​ໄຟຟ້າ. ​ໂຄງການ​ສ້ອມ​ແປງ​ ຂະຫຍາຍ​ສ້າງ​ອີກ 11 ​ແຫ່ງ​ໄດ້​ລົງ​ມືກໍ​ສ້າງ​ແລ້ວ. ນອກ​ນີ້, ສະໜາມກິລາ​ກາງ​ແຈ້ງ​ແລະ​ມີ​ຫົ່ມຊົ່ວຄາວ ສະໜາມ​ຝຶກ​​ແອບ​ແລະ​ການ​ກໍ່ສ້າງທີ່​ກ່ຽວຂ້ອງ​ກໍ​ໄດ້​ດຳ​ເນີນ​ຢ່າງ​ສະດວກ.

ໂຄສົກ​ກ່າວ​ວ່າ, ​ໃນ​ການ​ສ້າງສາສະໜາ​ມກິລາ​ກາງ​ແຈ້ງແລະ​ສະໜາມກິລາມີ​ຫົ່ມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເຖິງ​ວ່າ​​ເວລາ​​ກໍ່ສ້າງ​ບໍ່ຫຼາຍປານ​ໃດ​ແລ້ວ, ​​ແຕ່​ບໍ່​ກະທົບຄຸນ​ນະພາ​ບ​ແລະ​ປະຢັດ​ຕົ້ນທຶນ​.