ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-07 18:45:06    
ເຈົ້າໜ້າ​ທີ່ຄະນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ການ​ພັດ​ທະ​ນາ​ຂອງ​ພາກ​ຕາ​ເວັນ​ຕົກ​ຕ້ອງ​ສະ​ແຫວງ​ຫາ​ການ​​ເຕີບ​ໂຕ​ທີ່​ມີ​ຄ່າ​ຕອບ​ແທນ​ຕ່ຳ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 7 ​ເມສາ​ນີ້, ທ່ານ​ມາ​ຂາຍ ປະທານຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ເນັ້ນ​ວ່າ, ການ​ພັດທະນາຂອງ​ພາກ​ຕາ​ເວັນ​ຕົກ​ຕ້ອງ​ສະ​ແຫວ​ງຫາ​ການ​​ເຕີບ​ໂຕ​ທີ່​ມີ​ຄ່າ​ຕອບ​ແທນ​ຕ່ຳ.

ທ່ານ​ມາ​ຂາຍ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ກ່ຽວ​ກັບ​ວຽກ​ງານ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຊີ່​ອ່ານ ຕົວ​ເມືອງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​.

ໂດຍ​ແນ​ໃສ່​ສະພາບ​ການ​ທີ່​ບາງ​ທ້ອງ​ຖິ່ນຢູ່​ພາກ​ຕາ​ເວັນ​ຕົກສີ້​ນ​ເປື້ອງ​ພະລັງງານຫຼາຍ ອຸດສາຫະກຳ​ທີ່ເຊື່ອມ​ພິດ​ຮ້າຍ​ແຮງ​ເພີ່ມຫຼາຍຂຶ້ນນັ້ນ, ທ່ານ​ມາ​ຂາຍ​ກ່າວ​ວ່າ, ໜ້າ​ທີ່​ສຳຄັນ​ກວ່າ​ໝູ່​ໃນ​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ກໍ​ແມ່ນ​ຕ້ອງ​ສ້າງ​ທັດສະນະ​ທີ່​ວ່າ"ການ​​ເຕີບ​ໂຕ​ຕ້ອງ​ມີຄ່າ​ຕອບ​ແທນ", ​ແຕ່ຕ້ອງ​ສະ​ແຫວງຫາ​ການ​​​ເຕີບ​ໂຕ​ທີ່​ມີຄ່າ​ຕອບ​ແທນ​ຕ່ຳ.

ທ່ານ​ມາ​ຂາຍ​ຍັງ​ກ່າວ​ເນັ້ນວ່າ, ພາກ​ຕາ​ເວັນ​ຕົກ​ຕ້ອງ​ເພີ່ມ​ທະວີ​ການ​ສ້າງສາ​ຊີວະ​ພາບ​ແລະອະນຸລັກ​ສິ່ງ​ແວດ​ລ້ອມ​ຢ່າງ​ແທ້​ຈິງ, ​ເພີ່ມ​ຄວາມ​ສາມາດ​ພັດທະນາ​ແບບ​ຍືນ​ຍົງ.