ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-08 18:01:44    
ອົງການ​ຊອກ​ຫາ​ກອບ​ກູ້​ເທິງ​ທະ​ເລ​ຂອງ​ຈີນ​ໄດ້​ກອບ​ກູ້​ຊາວ​ປະມົງ​ຫວຽດ​ນາມ​ຜູ້​ໜຶ່ງ​ຢູ່​ພາກ​ກາງ​ໄປ​ຕາ​ເວັນ​ອອກ​​ຂອງ​ທະ​ເລ​ຈີນ​ໃຕ້

cri Author: MO
ຕາມ​ຂ່າວສານ​ຈີນ: ຫວ່າງ​ມໍ່ໆ​ນີ້, ຢູ່​ພາກກາງ​ໄປ​ຕາ​ເວັນ​ອອກ​ຂອງທະ​ເລ​ຈີນໃຕ້, ອົງການ​ຊອກ​ຫາກ​ອບກູ້​ເທິງ​ທະ​ເລ​ຂອງ​ຈີນ​ພາຍຫຼັງ​ໄດ້​ຊອກ​ຫາ​6 ຊົ່ວ​ໂມງ​ແລ້ວ ໄດ້ກອບ​ກູ້​ຊາວ​ປະມົງ​ສັນຊາດ​ຫວຽດນາມ​ທີ່​ບາດ​ເຈັບ​ໜັກ​ຜູ້​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ​.

ວັນ​ທີ 7 ​ເມສາ​ນີ້, ພະນັກງານ​ຍາມ​ຂອງ​ສູນ​ກອບ​ກູ້​ເທິງ​ທະ​ເລ​ຈີນ​ເວົ້າຕໍ່​ນັກ​ຂ່າວ​ວ່າ, ຕອນ​ຮຸ່ງ​ເຊົ້າວັນ​ທີ 6 ​ເມສາ​ນີ້, ສູນ​ດັ່ງກ່າວ​ໄດ້​ຮັບ​ໂທລະ​ເລກ​ທີ່​ສະຖານທູດຈີນ​ປະຈຳ​ຫວຽດນາມ​ໂດຍ​ຜ່ານ​ກົມກົງ​ສູນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ​ໂດຍ​ຂຽນ​ວ່າ, ຊາວ​ປະມົງ​ຜູ້​ໜຶ່ງ​ໃນ​ເຮືອ​ຫາ​ປາຫວຽດນາມ​ໄດ້ບາດ​ເຈັບ​ໜັກ​ຢູ່​ເຂດ​ທະ​ເລ​ພາກ​ກາງ​ໄປຕາ​ເວັນ​ອອກ​ຂອງ​ທະ​ເລ​ຈີນໄຕ້, ສະພາບ​ອັນຕະລາຍ​ທີ່​ສຸດ, ຂໍ​ຄວາມ​ຊ່ອຍ​ເຫຼືອ.

ເມື່ອ​ໄດ້​ຮັບ​ຂ່າວ​ແລ້ວ, ສູນ​ກອບ​ກູ້​ເທິງ​ທະ​ເລ​ຈີນ​​ທີ່​ປະສານ​ວຽກ​ງານ​ໃຫ້ກອງ​ບໍລິການ​ການບິນ​ອົງການ​ປົກຄອງ​ຮົງ​ກົງ​​ສົ່ງ​ຍົນ​ໄປ​ກອບ​ກູ້​ຢ່າງ​ວ່ອງ​ໄວ, ປັດຈຸບັນ, ຊີວິດ​ຂອງຊາວ​ປະມົງ​ຜູ້​ນີ້​ໄດ້​ພົ້ນຈາກ​ຄວາມ​ອັນຕະລາຍ​​ແລ້ວ.