ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-09 17:55:41    
ປີ​2006​ເຂດ​ກວາງ​ຊີ​ຈີນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ​1​ລ້ານ​4​ໝື່ນ​ເທື່ອ​ຄົນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຕົວ​ເລກ​ສະຖິຕິ​ທີ່​ພະ​ແນກ​ທ່ອງ​ທ່ຽວ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງ​ກວາງ​ຊີ​ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ປະ​ກາດ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປີ​2006,​ເຂດ​ກວາງ​ຊີ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ລວມ​1​ລ້ານ​4​ໝື່ນ​ກວ່າ​ເທື່ອ​ຄົນ.

ໃນ​ຕະຫຼາດ​​ທ່ອງ​ທ່ຽວ​ຂອງ​ເຂດ​ກວາງຊີ,ຫວຽດນາມ​ແມ່ນ​ປະ​ເທດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ທີ່​ໃຫຍ່​ກວ່າ​ໝູ່​.ປີ2006,ມີ​ຄົນ​ຫວຽດນາມ​ເກືອບ2​ແສນ​ຄົນ​ໄດ້​ມາ​ທ່ອງ​ທ່ຽວ​ຢູ່​ເຂດ​ກວາງ​ຊີ,​ຖັດ​ຈາກ​ຫວຽດ​ນາມ​ແມ່ນ​ມາ​ເລ​ເຊຍ​ແລະ​ຍີ່​ປຸ່ນ,​ລ້ວນ​ແຕ່​ໄດ້​ລື່ນ​ກາຍ1​ແສນ​ຄົນ.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,ນະຄອນກຸ້ຍ​ລິນ​ຍັງ​ຄົງ​ແມ່ນ​ນະ​ຄອນ​ນຳ​ໜ້າ​ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ.​ນະຄອນ​ກຸ້ຍ​ລິນ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເຂດ​ກວາງ​ຊີ​ຈີນ,​ຖືກ​ຍ້ອງ​ວ່າ"ທັດ​ສະ​ນີຍະ​ພາບພູຜາ​ແມ່​ນ້ຳ​ກຸ້ຍ​ລິນງາມ​ເປັນ​ທີ​ໜຶ່ງ​ຂອງ​ຈີນ."