|
 |
(GMT+08:00)
2007-04-14 19:46:29
|
ເຈົ້າຍິງສິລິນທອນແຫ່ງປະເທດໄທຊົງສິ້ນສຸດການປະພາດຈີນແລ້ວສະເດັດຈາກຊຽງໄຮ້ກັບຄືນປະເທດ
cri
Author: MO
ຕາມຂ່າວສານຊີນຮວາ: ຕອນຄຳວັນທີ 13 ເມສານີ້, ສະເດັດລາດຊະກຸມາລີມະຫາຈັກກຼີສິລິນທອນແຫ່ງປະເທດໄທຊົງໄດ້ສິ້ນສຸດການປະພາດຈີນແລ້ວສະເດັດກັບຄືນປະເທດ. ເຈົ້າຍິງສິລິນທອນແມ່ນສະເດັດມາຈີນເປັນເວລາ 12 ມື້ແຕ່ວັນທີ 2 ຮອດວັນທີ 13 ເມສານີ້ຕາມຄຳເຊີນຂອງລັດຖະບານຈີນ. ໃນໄລຍະຢ້ຽມຢາມຈີນ, ເຈົ້າຍິງສິລິນທອນໄດ້ສະເດັດປະພາດປັກກິ່ງ ຊິງຫາຍ ຕິເບດ ຫູເປແລະແຂວງເຈີຈ່ຽງເປັນລຳດັບ, ຊຽງໄຮ້ແມ່ນເມືອງປະພາດສຸດທ້າຍຂອງເຈົ້າຍິງເທື່ອນີ້.
|
|
|