ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-14 19:51:21    
ແຫ່ງ​ຕ່າງໆ​ຂອງ​ຈີນ​ພ້ອມ​ກັນ​ເຜົາ​ເຄື່ອງ​ພິມ​ທີ່​ຜິດ​ກົດ​ໝາຍ 42 ລ້ານ​ກວ່າ​ສະ​ບັບ

cri Author: MO
ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ 14 ​ເມສາ​ນີ້,  31 ​​ແຂວງ ​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະຄອນ​ຂອງ​ຈີນ​ໄດ້​ພ້ອມ​ກັນເຜົາເຄື່ອງພິມ​ລັກ​ລອກ​ແບບ 40 ກວ່າ​ລ້ານ​ສະບັບ. ນີ້​ແມ່ນ​ຈີນ​​ເຜົາ​​ເຄື່ອງພິມ​ລັກ​ລອກ​ແບບຢ່າງ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນຫຼາຍປີ​ມາ​ນີ້.

ໃນ​ພິທີ​ເລີ່​ມການ​​ເຜົາ​ເຄື່ອງ​ເຫຼົ່ານີ້, ທ່ານ​ລົງ​ຊິນ​ມີນ ຫົວໜ້າ​ກົມ​ລິ​ຂະ​ສິດ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ການ​​ເຜົາ​​ເຄື່ອງ​ລັກ​ລອກ​ແບບ​ເຫຼົ່ານີ້ໄດ້​ສະ​ແດງ​ອີກ​ເທື່ອ​ໜຶ່ງ​ວ່າ, ລັດຖະບານ​ຈີນ​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ​ໂຈມ​ຕີ​ການ​ລ່ວງ​ສິດ​ແລະ​ລັກ​ລອກ​ແບບ, ​ໄດ້​ເຮັດ​ໃຫ້​ນັກ​ໂທດ​ຢ້ານ​ກົວ, ​ແລະມີ​ຜົນ​ດີ​ຕໍ່​ການ​ຍົກ​ສະຕິ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງພົນ​ລະ​ເມືອງ​ໃຫ້​ສູງ​ຂຶ້ນ.