ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-14 19:57:37    
ການ​ປົກ​ປ້ອງ​ລິ​ຂະ​ສິດ​ທີ່​ນຳ​ເຂົ້າ​ຂອງ​ຈີນ​ໄດ້​ເດີນ​ໄປ​ສູ່​ຄວາມ​ສຸກ​ງອມ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນຫຼາຍປີ​ມາ​ນີ້, ຈີນ​ໄດ້​ເພີ່ມ​ທະວີການ​ຄຸ້ມ​ຄອງຕະຫຼາດ​ເຄື່ອງພິມ​ແລະ​​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ເທື່ອ​ລະ​ກ້າວ, ການ​ປົກ​ປ້ອງ​ລິ​ຂະ​ສິດ​ທີ່​ນຳ​ເຂົ້າຂອງ​ຈີນ​ໄດ້​ສຸກ​ງອມ​ເຂົ້າ.

ຜູ້ຮັບຜິດຊອບ​ຜູ້​ໜຶ່ງ​ຂອງ​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນຫຼາຍປີ​ມາ​ນີ້, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ​ໄດ້​ເຜົາ​ຜະລິດ​ຕະພັນ​ລັກ​ລອກ​ແບບ​ງວດ​ໃຫຍ່​ຢ່າງ​ເປີດ​ເຜີຍ, ສານ​ປະຊາຊົນໄດ້ຕັດສິນ​ຄະດີ​ສິດ​ຊັບ​ສິນ​ທາງ​ປັນຍາຫຼາຍລາຍ​ທີ່​ກ່ຽວ​ຂ້ອງ​ກັບ​ຕ່າງປະ​ເທດ, ​ໄດ້​ຍຶດຖື​ຄວາມ​ຍຸດຕິ​ທຳ​​ເພື່ອ​ນັກ​ປະພັນ​ຂອງ​ຈີນ​ແລະ​ຕ່າງປະ​ເທດ. ທ່ານ​ເຫັນ​ວ່າ, ຜູ້​ພິດ​ຈຳ​ໜາຍ​ຂອງ​ຈີນ​ມີທັດສະນະ​ຄະຕິ​ດ້ານ​ລິ​ຂະ​ສິດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ຂໍ​ຍົກ​ເອົາ​ສຳນັກງານ​ພິມ​ໜັງສືວັນນະຄະດີ​ປະຊາຊົນ​ຈີນ ​ເຊິ່ງ​ເປັນ​ສຳນັກງານ​ພິມຈຳໜ່າຍ​ທີ່​ມີ​ຊື່ສຽງກວ່າ​ໝູ່​ຂອງ​ຈີນ​ເປັນ​ຕົວຢ່າງ, ​ແຕ່ລະ​ປີ, ສຳນັກງານ​ດັ່ງກ່າວຈະ​ນຳ​ເຂົ້າລິ​ຂະ​ສິດປື້​ມຕ່າງປະ​ເທດປະມານ 80 ຊະນິດ, ລ້ວ​ນ​ແຕ່​ໄດ້​ຈ່າຍ​ເງິນ​ໃຫ້​​ເຈົ້າຂອງ​ລິ​ຂະ​ສິດຕ່າງປະ​ເທດ​ຕາມ​ສັນຍາ​ຢ່າງ​ເຄັ່ງ​ຂັດ.