ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-15 17:24:25    
ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ໂທ​ລະ​ສັບ​ລົມ​ກັບ​​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 15 ​ເມສາ​ນີ້, ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ໂທລະສັບ​ລົມກັບ​ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດຕາມ​ນັດ, ສອງ​ຝ່າຍ​ໄດ້​​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການແກ້​ໄຂ​ບັນຫາ​ດາ​ຟູ​​ແລະ​ບັນຫາ​ຖານະ​ໃນອະນາຄົດ​ຂອງ​ໂກ​ໂຊ​ໂວຢ່າງ​​​ເໝາະສົມ​.

ທ່ານ​ລີ​ຈ້າວ​ຊີງ​ກ່າວ​ວ່າ, ບັນຫາ​ດາ​ຟູ​ພວມ​ຢູ່​ໃນ​ໄລຍະ​ຂໍ​ກະ​ແຈ, ປະຊາ​ຄົມ​ໂລກ​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ຂະ​ບວນວິວັດ​ການ​ເມືອງ​ແລະ​ການ​ຈັດ​ວາງ​ການ​​ເຄື່ອນ​ໄຫວຮັກສາ​ສັນຕິພາບຢູ່​ເຂດ​ດາ​ຟູ​ໃຫ້​ເທົ່າ​ທຽມ​ກັນ, ​ແກ້​ໄຂ​ບັນຫາ​ດາ​ຟູ​ຢ່າງ​ເໝາະ​ສົມ​ດ້ວຍ​ຄວາມ​ພະຍາຍາມ​ທາງ​ການ​ເມືອງ​ແລະ​ການ​ທູດ.

ທ່ານ​ບານ​ກີ​ມູນ​ໄດ້​ຍ້ອງຍໍ​ຝ່າຍ​ຈີນທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສ້າງສັນ​​ໃນ​ບັນຫາ​ດາ​ຟູ. ທ່ານ​ບານ​ກີ​ມູນ​ຍັງ​ໄດ້​ຊົມ​ເຊີຍ​ທ່ານ​ເວີ່ນ​ເຈຍ​ປາວ​ທີ່​ໄດ້ຢ້ຽມຢາມ​ສ.​ເກົາຫລີ​ແລະ​ຍີ່​ປຸ່ນ​ຢ່າງສຳ​ເລັດຜົນ​ໃນ​ຫວ່າງ​ມໍ່ໆ​ນີ້.