ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-17 18:33:57    
ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຈ​ລະ​ຈາ 6 ຝ່າຍ​ພວມ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປະ​ຕິ​ບັດ​ເອ​ກະ​ສານ​ຮ່ວມ13​ກຸມ​ພາ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 17 ​ເມສາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ເພື່ອ​ປະຕິບັດ​ເອກະສານ​ຮ່ວມ 13 ກຸມພາ​ໂດຍ​ໄວ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫານິວ​ເຄຼຍ​ແຫຼມ​ເກົາຫຼີພວມ​ຂ້ຽວ​ປຶກ​ສາ​ຫາລື​ກັນ​ແລະທຳ​ຄວາມ​ພະຍາຍາມຢ່າງຕັ້ງໜ້າ​.

ໃນ​ກອງ​ປະຊຸມ​ນັກຂ່າວ​ທີ່​ຈັດ​ຂຶ້ນປະຈຳ, ທ່ານ​ລີ​ວຈ້ຽນຊ່າວ​ກ່າວ​ວ່າ, ຕໍ່​ການແກ້​ໄຂບັນຫາ​ເງິນ​ຝາກ​ທະນາຄານ​ບັງ​ໂຄ ​ເດັນ​ທາ ອາຊີ​ຂອງ​ສ​ປປ​ເກົາຫຼີນັ້ນ, ​ຝ່າຍ​ຕ່າງໆ​ໄດ້​ມີ​ຄວາມ​ເຫັນ​ໃກ້​ກັນ​ແລ້ວ.
ທ່ານ​ລີ​ວຈ້ຽນຊ່າວ​ກ່າວ​ວ່າ, ຝ່າຍ​ຈີນ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອຫຼັງຮັກສາ​ການ​ປຶກສາ​ຫາລື​ ​ແລກ​ປ່ຽນຄວາມ​ເຫັນ​ແລະ​ປະສານ​ງານ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ, ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກ​ຍູ້​ໃຫ້​ຂະ​ບວນວິວັດ​ການ​ເຈລະຈາ 6 ຝ່າຍ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ກອງ​ປະຊຸມ​ໄລຍະ​ທີ​ສາມ​ຂອງ​ການ​ເຈລະຈາ 6 ຝ່າຍ​ຮອບ 5 ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ໄດ້​ປະກາດ​ເອກະສານ​ຮ່ວມ​ໃນ​ວັນ​ທີ 13 ກຸມພາ​ນີ້, 6ຝ່າຍ​ເຫັນ​ດີ​ໃຊ້​ບາດກ້າວ​ທີ່​ປະສານ​ງານ​ເປັນ​ເອກະສັນ​ກັນ, ປະຕິບັດ​ຖະ​ແຫຼງການ​ຮ່ວມ​ທີ່​ຜ່ານ​ໃນ​​ການ​ເຈລະຈາ 6 ຝ່າຍ​ຮອບ 4 ​ໂດຍ​ແບ່ງ​ເປັນ​ໄລຍະ.